ແຂວງຟູ໋ທໍ້ຕ້ອງກາຍເປັນໃຈກາງພັດທະນາຂອງເຂດພູພຽງພາກເໜືອ

ແຂວງຟູ໋ທໍ້ຕ້ອງກາຍເປັນໃຈກາງພັດທະນາຂອງເຂດພູພຽງພາກເໜືອ - ảnh 1
(ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ ຟູ໋ທໍ້ ຄັ້ງ​ທີ 18)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 29/9, ​ແຂວງ ຟູ໋ທໍ້​ ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 18, ອາຍຸ​ການ 2015-2020. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ, ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ຟູ໋ທໍ້​ຕ້ອງ​ມີ​ບັນດາ​ມາດ​ຕະການ​ຢ່າງ​ແທດ​ຈິງ ​ເພື່ອ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ​ກວ່າ ​ແລະ ກາຍ​ເປັນ​ໃຈກາງ​ພັດທະນາ​ຂອງ​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ.

        “​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ຕ້ອງ​ຊາບ​ຊືມທັດສະນະ “ພັດທະນາ​ໄວ ​ແລະ ໝັ້ນຄົງ“ ຢ່າງ​ເລິກ​ເຊິ່ງ, ຈາກ​ນັ້ນ​ກໍ່ສ້າງ​ກົນ​ໄກ​ບຸກທະລຸ, ຍູ້​ແຮງ​ລະດັບ​ເຕີບ​ໂຕ​ເສດຖະກິດ, ພັດທະນາ​ອຸດສາຫະກຳ, ການ​ບໍລິການທີ່​ມີ​ຄຸນ​ນະພາ​ບສູງ, ກະສິກຳ​ຂຽວ, ດ້ວຍ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ, ພັດທະນາ​ວັດທະນະທຳ, ຮັບປະກັນ​ຊີວິດ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ… ທາງ​ແຂວງ​ຄວນ​ເປັນ​ເຈົ້າ​ການ​ກວດກາ, ປັບປຸງ, ​ເພີ່ມ​ເຕີມ​​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ, ວາງ​ແຜນ​ຜັງຂະ​ແໜງ​ການ​ຕ່າງໆ, ຮັບປະກັນ​ລັກສະນະ​ຄົບ​ຊຸດ, ​ເປັນ​ເອກະ​ພາບ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ສົມທົບ​ກັນ​ລະຫວ່າງ​ບັນດາ​ແຂວງ​ໃນ​ເຂດ ​ໄຕ​ບັກ ​ແລະ ນະຄອນຫຼວງ“.

        ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ຟູ໋ທໍ້​ ຕ້ອງເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ບັນດາ​ຂົງ​ເຂດ​ວັດທະນະທຳ - ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກໍ່ສ້າງ​ທ່າ​ຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ​ແລະ ທ່າ​ຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ, ພັດທະນາ​ເສດຖະກິດ ຕິດ​ພັນ​ກັບ​ການ​ຮັບປະກັນ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ.

ຂ່າວ/ບົດ​ອື່ນ