ແຂວງຮຶງອຽນປະກອບ ຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ

 ແຂວງຮຶງອຽນປະກອບ ຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ - ảnh 1

ທຸກ​ຄົນ​ຕ່າງ​ກໍ່​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ເລື່ອງ​ທີ່​ດິນ

(ພາບ: vov.vn)

(vovworld)- ​​ວັນ​ທີ 24/3, ຢູ່​ນະຄອນ​ຮຶງອຽນ, ຄະນະ​ກຳມະການ​ແນວ​ໂຮມ​​ປະ​ເທດ​ຊາດ​​ແຂວງ​ຮຶງອຽນ ​ໄດ້​ຈັດ​ໃຫ້ຜູ້​ມີ​ຍົດ​ຖາ​ບັນດາສັກ​ທາງ​ສາດສະໜາແຂວງ​ຮຶງອຽນ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາ​ຍວ່າ​ດ້ວຍ​ທີ່​ດິນສະບັບ​ປັບປຸງ. ຜູ້​ມີ​ຍົດ​ຖາ​ບັນດາສັກ​ຖື​ວ່າ​ລັດ​ມອບ​ທີ່​ດິນທຳ​ການ​ຜະລິດ​ໃນ​​ໄລຍະ​ເວລາ 50 ປີ​ແມ່ນ​ເໝາະ​ສົມ. ການ​ຊົດ​ເຊີຍ​ເມື່ອ​ຖອນ​ທີ່​ດິນ​ຄືນ​ເພື່ອ​ມອບ​ໃຫ້​ວິ​ສາ​ຫະກິດ​ຕ້ອງ​ມີ​ອົງການ​ກຳນົດ​ລາຄາ​ຊັບ​ສິນ​ໃນ​​ເນື້ອທີ່​ດິນ​ຕາມ​ມາດຖານ, ບໍ່​ຄວນ​ປະໃຫ້​ປະຊາຊົນ​ກຳນົດ​ລາຄາ​ດ້ວຍ​ຕົນ​ເອງ, ​ເຮັດ​ໃຫ້​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​ຊັກ​ຊ້າ. ພາຍຫຼັງ​ຖອນ​ທີ່​ດິນ​ຄືນ​ຄວນ​ສະໜອງ​ທີ່​ດິນ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ເໝາະ​ສົມ ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ຖືກ​ຖອນ​ທີ່​ດິນ​ຄືນ. ກ່ຽວ​ກັບ​ລາຄາ​ທີ່​ດິນ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຕົກລົງ​ກັບ​ປະຊາຊົນ​ຕາມ​ລາຄາ​ຕົວ​ຈິງ​ໃນ​ທ້ອງ​ຕະຫຼາດ. ບັນຫາ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຕ້ອງ​ເຮັດ​ແຈ້ງ​ທັດສະນະ​ຂອງ​ລັດ​ກ່ຽວ​ກັບ​ກຳມະສິດ​ທີ່​ດິນ. ທີ່​ດິນ​ຕ້ອງ​ແມ່ນ​ລັດ​ຄຸ້ມ​ຄອງ, ປະຊາຊົນ​ນຳ​ໃຊ້​ແຕ່​ບໍ່​ມີ​ສິດ​ຊືຂາຍ, ພຽງ​ແຕ່​ໄດ້​ຂາຍ​ຊັບ​ສິນ​ໃນ​ເນື້ອ​ທີ່​ດິນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ