ແຂວງເທື່ອທຽນ-ເຫວ້ເພີ່ມທະວີສົ່ງເສີມ,ດຶງດູດການລົງທຶນດ້ານການທ່ອງທ່ຽວ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້
ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 08/08, ແຂວງ ເທື່ອທຽນ-ເຫວ້ ສົມທົບກັບທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ແລະ ພັດທະນາການທ່ອງທ່ຽວ ເທື່ອທຽນ-ເຫວ້ ປີ 2016 ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 500 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາສະຫະສະມາຄົມວິສາຫະກິດ ແລະ ນັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດ.
ທີ່ກອງປະຊຸມຄັ້ງນີ້, ການນຳແຂວງ ເທື່ອທຽນ-ເຫວ້ ໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສະດວກ, ມີປະສິດທິຜົນໃຫ້ແກ່ບັນດານັກລົງທຶນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ເນັ້ນໜັກວ່າ:
“ຕ້ອງອະນຸລັກຮັກສາຂຸດຄົ້ນບັນດາຄຸນຄ່າຂອງມໍລະດົກກຸງເກົ່າ ເຫວ້ ຢ່າງມີປະສິດທິຜົນ. ບັນຫາອະນຸລັກຮັກສາມໍລະດົກຕ້ອງຖືແມ່ນບັນຫາສຳຄັນຕົ້ນຕໍ, ການອະນຸລັກຮັກສາບໍ່ພຽງແຕ່ ໃຫ້ລຸ້ນຄົນປະຈຸບັນເທົ່ານັ້ນ ຫາກຍັງໃຫ້ຄົນລຸ້ນຫລັງອີກດ້ວຍ. ການອະນຸລັກຮັກສາຕ້ອງຕິດພັນກັບການຂຸດຄົ້ນ, ພັດທະນາຄຸນຄ່າມໍລະດົກ. ບັນດານັກລົງທຶນຄວນສຸມໃສ່ເຂົ້າຂົງເຂດການທ່ອງທ່ຽວຫລາຍກ່ວາອີກ. ຕໍ່ຈາກນັ້ນແມ່ນພື້ນຖານໂຄງລ່າງການທ່ອງທ່ຽວ, ປົກປັກຮັກສາສິ່ງແວດລ້ອມ, ສ້າງເຄື່ອງໝາຍການຄ້າ, ຜະລິດຕະພັນການທ່ອງທ່ຽວ.”