ແຄ໋ງຮ່ວາສູ້ຊົນກາຍເປັນໃຈກາງເສດຖະກິດ, ທ່ອງທ່ຽວວັດທະນະທຳໃຫຍ່ຂອງທົ່ວປະເທດ

ແຄ໋ງຮ່ວາສູ້ຊົນກາຍເປັນໃຈກາງເສດຖະກິດ, ທ່ອງທ່ຽວວັດທະນະທຳໃຫຍ່ຂອງທົ່ວປະເທດ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ​ແຄ໋ງຮ່ວາ​ຊຸດ​ທີ 17
(ພາບ: baokhanhhoa)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ນະຄອນ​ຍາ​ຈາງ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ​ແຄ໋ງຮ່ວາ​ຊຸດ​ທີ 17, ​ໄລຍະ 2015-2020, ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ​ເນັ້ນ​ໜັກວ່າ, ອົງຄະ​ນະ​ພັກ​ແຂວງ​ຄວນ​ວາງ​ຄາດໝາຍ​ພັດທະນາ​ເສດຖະກິດ​ຢ່າງ​ໄວ, ໝັ້ນຄົງ ບົນ​ພື້ນຖານ​ໝູນ​ໃຊ້​ທ່າ​ສະດວກ​ແມ່ນ​ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ທະ​ເລ, ດຶງ​ດູດ​ການ​ລົງທຶນ.

“ພວກ​ເຮົາ​ມີ 3 ຕົວ​ເມືອງ ​ແລະ 5 ​ເມືອງ. 5 ​ເມືອງ​ນີ້​ຕ້ອງ​ກາຍ​ເປັນ 5 ​ເມືອງ​ຊົນນະບົດ​ໃໝ່​ສີວິ​ໄລ, ທັນ​ສະ​ໄໝ​ຕາມ​ທິດ​ຕົວ​ເມືອງ. ຊົນນະບົດ​ໃໝ່​ສົມທົບ​ກັບ​ການ​ພັດທະນາ​ຕົວ​ເມືອງ​ຢ່າງ​ກົມ​ກ່ຽວ, ​ແຄ໋ງຮ່ວາ​ຈະ​ບັນລຸ​ໄດ້​ຄາດໝາຍ​ເຊິ່ງກົມ​ການ​ເມືອງ​ໄດ້​ວາງ​ອອກ, ນັ້ນ​ແມ່ນ​ນຳ​ແຄ໋ງຮ່ວາ​ກາຍ​ເປັນ​ນະຄອນ​ສັງກັດ​ສູນ​ກາງ. ຕ້ອງ​ກໍ່ສ້າງ​ສຳ​ເລັດ​ເຂດ​ເສດຖະກິດ​ພິ​ເສດ ​ເວິນ​ຟອງ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ ​ແຄ໋ງຮ່ວາ​ໃຫ້​ສຳ​ເລັດ“.

ຄາດໝາຍ​ຈຸດ​ສຸມ​ຂອງອົງຄະ​ນະ​ພັກ​ແຂວງ ​ແຄ໋ງຮ່ວາ ​ໄລຍະ 2015-2020 ​ແມ່ນ​ພັດທະນາ​ເສດຖະກິດ ດ້ວຍ​ລະດັບ​ເຕີບ​ໂຕ​ໄວ ​ແລະ ໝັ້ນຄົງ ຕາມ​ທິດ​ທັນ​ສະ​ໄໝ, ກໍ່ສ້າງ​ ແຄ໋ງຮ່ວາ ​ໃຫ້​ກາຍ​ເປັນ​ໃຈກາງ​ເສດຖະກິດ, ທ່ອງ​ທ່ຽວ​ວັດທະນະທຳ​ໃຫຍ່ຂອງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ