(VOVWORLD) - ດັ່ງທີ່ໄດ້ແຈ້ງໃຫ້ທ່ານຮັບຊາບ, ຄະນະຈັດຕັ້ງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໄດ້ສະໜອງບັນດາບົດຂຽນ ເພື່ອແນໃສ່ຊ່ວຍໃຫ້ທ່ານຜູ້ຟັງ, ຜູ້ອ່ານຕອບບັນດາຄຳຖາມໃນການເສັງໃນເວັບໄຊ vovworld.vn. ໃນລາຍການມື້ນີ້, ພວກຂ້າພະເຈົ້າຈະແນະນຳບາງເນື້ອໃນທີ່ກ່ຽວຂ້ອງເຖິງຄຳຖາມທີ 1 ແລະ ທີ 2.
ສຳລັບຄຳຖາມຂໍ້ທີ 1: ຫວຽດນາມ ໄດ້ ແລະ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດ. ເພື່ອນ ຈົ່ງໃຫ້ຮູ້ກ່ຽວກັບການກຳນົດທິດຂອງພັກກອມມູນິດ ຫວຽດນາມ ແລະ ຄວາມຄາດຫວັງຂອງທົ່ວພັກ, ທົ່ວປວງຊົນ ຫວຽດນາມ ກ່ຽວກັບສັງກາດບຸກບືນຂອງຊາດ? ທ່ານສາມາດຄົ້ນຄວ້າໃນ 2 ບົດຂຽນ ທີ່ມີຫົວຂໍ້ວ່າ “ກຳນົດທີ່ຕັ້ງ ຫວຽດນາມ ໃນກະແສຍຸກສະໄໝ” (ລົງວັນທີ 03 ກຸມພາ 2025). ຜ່ານແຕ່ລະບົດຂຽນ, ຜູ້ຟັງ, ຜູ້ອ່ານຈະມີຄວາມເຂົ້າໃຈຕື່ມກ່ຽວກັບບັນດາການກຳນົດທິດພື້ນຖານ ເຊິ່ງພັກຄອມມູນິດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ວາງອອກກ່ຽວກັບຂັ້ນຕອນພັດທະນາປະເທດໃນໄລຍະຈະມາເຖິງ.
ຄຳຖາມຂໍ້ທີ 2, ລວມມີ 3 ເນື້ອໃນ. ເນື້ອໃນທີ 1: ຕາມທ່ານແລ້ວ, ການປະຕິວັດປັບປຸງກົງຈັກໃຫ້ກະທັດລັດຕາມມະຕິສະບັບເລກທີ 18 ແມ່ນມີບົດບາດແນວໃດໃນການສ້າງຖັນແຖວພະນັກງານຂອງ ຫວຽດນາມ ໃນໄລຍະພັດທະນາໃໝ່ຂອງປະເທດຊາດ? ພວກຂ້າພະເຈົ້າຂໍແນະນຳບັນດາບົດຂຽນ, ເຊັ່ນ: “ຈຸດເວເລາທີ່ເໝາະສົມເພື່ອປະຕິບັດການປະຕິວັດກ່ຽວກັບການປັບປຸງກົງຈັການຈັດຕັ້ງ” (ວັນທີ 28 ພະຈິກ 2024); “ພື້ນຖານສຳຄັນໃຫ້ແກ່ໄລຍະການພັດທະນາໃໝ່ຂອງປະເທດ” (ວັນທີ 19 ກຸມພາ 2025); “ບາດກ້າວຫັນປ່ຽນໃນການປັບປຸງກົງຈັກລັດໃຫ້ກະທັດລັດ (20 ກຸມພາ 2025); ປັບປຸງກົງຈັກການຈັດຕັ້ງ: ຄວາມຂ້ຽວຂາດ ແລະ ຄົບຊຸດ” (ວັນທີ 06 ມີນາ 2025); “ໂຮມຫົວໜ່ວຍບໍລິຫານເຂົ້າກັນ: ບາດກ້າວບຸກທະລຸເພື່ອພັດທະນາ” (ວັນທີ 13 ມີນາ 2025); “ບຸກທະລຸ, ເດັດຂາດ, ສາມັກຄີ, ເປັນເອກະພາບເພື່ອພັດທະນາປະເທດຊາດ” (ວັນທີ 10 ເມສາ 2025). ບັນດາບົດຂຽນໄດ້ເຕື້ອງເຖິງບັນດານະໂຍບາຍຊີ້ຂາດຂອງພັກຄອມມູນິດ ຫວຽດນາມ ທີ່ກ່ຽວຂ້ອງເຖິງການປະຕິວັດປັບປຸງກົງຈັກລັດໃຫ້ກະທັດລັດ; ຄວາມສຳຄັນຂອງການຜັນຂະຫຍາຍມະຕິໃນຕົວຈິງຢູ່ທ້ອງຖິ່ນ, ກົມກອງຕ່າງໆ. ບັນດາບົດຂຽນກໍສະແດງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຕໍ່ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຳລັບຂໍ້ຕົກລົງທີ່ມີລັກສະນະບຸກທະລຸຂອງຍຸກສະໄໝ.
ເນື້ອໃນທີ 2: ເພື່ອນຈົ່ງໃຫ້ຮູ້ 5 ບຸກທະລຸເພື່ອພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນຂອງມະຕິສະບັບເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ແມ່ນຫຍັງ? ທ່ານຜູ້ຟັງຜູ້ອ່ານສາມາດຊອກຮູ້ຂໍ້ມູນໃນບັນດາບົດຂຽນ: “ບັນດາມາດຕະການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຢີ” (ວັນທີ 13 ມີນາ 2025); “ມະຕິສະບັບເລກທີ 57: ກະຕຸກຊຸກຍູ້ໃຫ້ແກ່ວິສາຫະກິດເຕັກໂນໂລຢີບືນຕົວຂຶ້ນ” (ວັນທີ 17 ກຸມພາ 2025).
ເນື້ອໃນທີ 3: ມະຕິສະບັບທີ 57 ເຕື້ອງເຖິງຫຍັງກ່ຽວກັບທັດສະນະປຶກສາຫາລືທີ່ວ່າ: ແນະນຳສີສັນວັດທະນະທຳຂອງ ຫວຽດນາມ ໄປສູ່ໂລກ, ນຳເອົາສິ່ງຍອດຍິ່ງໃນວັດທະນະທຳໂລກ ເຂົ້າມາ ຫວຽດນາມ? ເຊີນທ່ານຜູ້ຟັງ, ຜູ້ອ່ານຊອກຮູ້ໃນບົດຂຽນທີ່ກ່ຽວຂ້ອງເຖິງ ເຊິ່ງພວກຂ້າພະເຈົ້າຈະແນະນຳໃນລາຍການຕໍ່ໄປ.
ດັ່ງທີ່ກ່າວມາຂ້າງເງິນ ແມ່ນບັນດາການແນະນຳໂດຍພື້ນຖານສຳລັບການຕອບຄຳຖາມທີ 1 ແລະ ທີ 2. ພວກຂ້າພະເຈົ້າຫວັງວ່າ ແຫຼ່ງຂໍ້ມູນນີ້ ຈະເປັນປະໂຫຍດສຳລັບທ່ານ ໃນການເຂົ້າຮ່ວມການເສັງຄັ້ງນີ້.
ຂໍອວຍພອນໃຫ້ທ່ານຈົ່ງຂຽນບົດເສັງໄດ້ເປັນຢ່າງດີ ແລະ ຍາດໄດ້ລາງວັນສູງໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025.
ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!