ແມ່ຍິງຫວຽດນາມດີເດັ່ນ 10 ຄົນ ຈະໄດ້ຮັບລາງວັນແມ່ຍິງຫວຽດນາມປີ2017

(VOVWORLD) -“8 ໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນ 10 ຄົນ ຈະໄດ້ຮັບລາງວັນແມ່ຍິງຫວຽດນາມ ພ້ອມກັບການເຄື່ອນໄຫວແທດຈິງຫລາຍຢ່າງໃນຂອບເຂດ ວັນແມ່ຍິງມີຫົວຄິດປະດິດສ້າງປີ 2017 ຈະຖືກຈັດຂຶ້ນໃນວັນທີ 15-17 ຕຸລາ. 
ແມ່ຍິງຫວຽດນາມດີເດັ່ນ 10 ຄົນ ຈະໄດ້ຮັບລາງວັນແມ່ຍິງຫວຽດນາມປີ2017 - ảnh 1 ບັນດາຜູ້ແທນເຂົ້າຮ່ວມການພົບປະກັບສື່ມວນຊົນເພື່ອປະກາດບັນດາການເຄື່ອນໄຫວ  ແລະ ເຫດການໃຫຍ່     

ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນເພື່ອປະກາດບັນດາການເຄື່ອນໄຫວ ແລະ ເຫດການໃຫຍ່ ເນື່ອງໃນໂອກາດສະເຫລີມສະຫລອງ ວັນແມ່ຍິງຫວຽດນາມ ຄືວັນທີ 20 ຕຸລາ ແລະ 87 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຊື່ງດຳເນີນໃນຕອນເຊົ້າວັນທີ 10 ຕຸລາ, ທ່ານນາງ ຫງວຽນທິຕວຽດ, ຮອງປະທານສະຫະພັນແມ່ຍິງຫວຽດນາມ ໃຫ້ຮູ້ວ່າ: ລາງວັນແມ່ຍິງຫວຽດນາມ ເພື່ອແນໃສ່ຮັບຮູ້ການອຸທິດສ່ວນ, ກຳລັງຫົວຄິດປະດິດສ້າງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ