ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ອິດສະລາແອນໃນຂົງເຂດຕ່າງໆ

ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ອິດສະລາແອນໃນຂົງເຂດຕ່າງໆ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ອິດ​ສະ​ລາ​ແອນ Reuven Ruvi Rivlin
(ພາບ: India Express)

(vovword)- ​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມຫວຽດ​ນາມ ເຈິ່ນ​ດ້າຍກວາງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ອິດ​ສະ​ລາ​ແອນ Reuven Ruvi Rivlin ແລະ ພັນ​ລະ​ຍາ​ຈະ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ໃນ​ລ​ະ​ຫວ່າງວັນ​ທີ 19-25/3/2017.  ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1993, ຫວຽດ​ນາມ ແລະ ອິດ​ສະ​ລາ​ແອນ ​ໄດ້ຮັກ​ສາ​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ. ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ຫວຽດ​ນາມ-ອິດ​ສະ​ລາ​ແອນ ໄດ້​ຮັບ​ການ​ເລີ່ມ​ຕົ້ນ ແລະ ພວມ​ເຕີບ​ໂຕ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການຫຼາຍ​ຮູບຫຼາຍ​ແບບ​ຂອງ​ທັງ​ສອງ​ຕະຫຼາດ.

        ໃນ​ຊຸມ​ປີ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ, ຂໍ້​ຕົກ​ລົງຫຼາຍ​ສະ​ບັບ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ສັນ​ຍາ​ແມ່​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ, ກະ​ສິ​ກຳ ແລະ ການ​ຄ້າ​ ( ​ປີ1996 ); ສັນ​ຍາຫຼີກ​ລ້ຽງ​ການ​​ເກັບ​ພາ​ສີ​ຊ້ອນ ແລະ ຕ້ານ​ການ​​ລົບໜີ​ພາ​ສີ​ອາ​ກອນ ສຳ​ລັບ ​ອາ​ກອນ​ລາຍ​ຮັບ ແລະ ຊັບ​ສົມ​ບັດ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ສອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ກ່ຽວ​ກັບ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ( ​ປີ2006 )…

        ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ອິດ​ສະ​ລາ​ແອນ Reuven Ruvi Rivlin ແລະ ພັນ​ລະ​ຍາ​ ເພື່ອ​ແນ​ໃສ່​ປັບ​ປຸງ, ຮັດ​ແໜ້ນ​ການ​ພົວ​ພັນ​ຫວຽດ​ນາມ-ອິດ​ສະ​ລາ​ແອນກວ່າ​ອີກ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ; ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ, ສາ​ກົນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ອິດ​ສະ​ລາ​ແອນ​ ແລະ ຫວຽດ​ນາມມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງເພື່ອ​​ຮ່ວມ​ມື ແລະ ພັດ​ທະ​ນາກວ່າ​ອີກ ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ອິດ​ສະ​ລາ​ແອນ Reuven Ruvi Rivlin ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ​ອິດ​ສະ​ລາ​ແອນ ກ່ອນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ ​ໃນ​ລະ​ຫວ່າງວັນ​ທີ 19-25/3. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ລາ​ແອນ Reuven Rivlin ຖື​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ທີ່​ດີ​ງາມ​ໃນຫຼາຍ​ຂົງ​ເຂດ. ອິດ​ສະ​ລາ​ແອນ ແລະ ຫວຽດ​ນາມ​ ອາດ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ລະ​ບົບ​ການ​ຫົດ​ນ້ຳ ແລະ ຊົນ​ລະ​ປະ​ທານ, ອາ​ນຸ​ລັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ…..ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ອິດ​ສະ​ລາ​ແອນ​ມີ​ບົດ​ຮຽນຫຼາຍ​ທີ່​ສຸດ ກໍ່​ຄື​ເຕັກ​ໂນ​ໂລ​ຊີ​​ພັດ​ທະ​ນາ​ຢ່າງ​ກ້າວ​ໜ້າ, ອາດ​ຈະ​ເປັນປະ​ໂຫຍດ ຊ່ວຍ​​ໃຫ້​ຫວຽດ​ນາມ​​ໃນ​ການຊອກ​ຫາ​ເຕັກ​ໂນ​ໂລ​ຊີ​ໃໝ່ ເພື່ອ​ເພີ່ມ​ປະ​ລິ​ມານ​ ພືດ​ທັນ​ຍາ​ຫານ ແລະ ສະ​ໜອງ​ນ້ຳ​ປະ​ປາ​ໃຫ້​ປະ​ຊາ​ຊົນ​ຢ່າງ​ພຽງ​ພໍ.

        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ລາ​ແອນ Reuven Rivlin ໃຫ້​ຮູ້​ວ່າ: ຮ່ວມ​ເດີນ​ທາງ​​ພ້ອມ​ກັບ​ທ່ານໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ທີ່​ຈະ​ມາ​ເຖິງ ມີ​ຄະ​ນະ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ​ອິດ​ສະ​ລາ​ແອນ ກວ່າ 50 ແຫ່ງ. ໃນ​ຊຸມ​ວັນ​ທີ່​ຢູ່​ຢ້ຽມ​ຢາມ​ຫວຽດ​ນາມ, ຄະ​ນະ​ຈະ​ເຂົ້າ​ຮ່ວມ 2 ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ເສດ​ຖະ​ກິດ ເພື່ອ​ແນ​ໃສ່​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກ່ຽວ​ກັບ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ. ກ່ຽວ​ກັບ​ເນື້ອ​ໃນ​ລາຍ​ການ​ດຳ​ເນີນ​ງານ​ຂອງ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Reuven Rivlin ໃຫ້​ຮູ້​ວ່າ: ທ່ານ ແລະ ບັນ​ດາ​ການ​ນຳ​ຫວຽດ​ນາມ ຈະ​ມີຫຼາຍ​ບັນ​ຫາທີ່​ສຸດເພື່ອ​ປຶກ​ສາ​ຫາ​ລື​ ເຊັ່ນ​ວ່າ: ​ການເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ​ການຊອກ​ຫາ​ວິ​ທີ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ….ກໍ່​ຄື​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ລວມ​ມີ​ຄວາມ​​ສະ​ຫງົບ​ປອດ​ໄພ, ສະ​ຖຽ​ນ​ລະ​​ພາບ ແລະ ຫົວ​ຄິດ​ປະ​ດິດ​ສ້າງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Reuven Rivlin ຊີ້​ແຈ້ງວ່າ ໃນຫຼາຍ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຮັບ​ການ​ຍູ້​ແຮງ​ລະ​ຫວ່າງ​ສອງ​ປະ​ເທດ. ອິດ​ສະ​ລາ​ແອນ ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ພົວ​ພັນ​ນີ້ກວ່າ​ອີກ ແລະ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ