ແອດສປາຍ ສະໜັບ ສະໜູນຫວຽດນາມ ໃນການພັດທະນາ ການພົວພັນກັບ EU

ແອດສປາຍ ສະໜັບ ສະໜູນຫວຽດນາມ ໃນການພັດທະນາ ການພົວພັນກັບ EU - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ
ຕ້ອນຮັບລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ລາຊະ​ອານາຈັກ​ແອດ​ສປາຍ)

(vovworld) - ວັນ​ທີ 26/03, ​ໃນ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ລາຊະ​ອານາຈັກ​ແອດ​ສປາຍ Josse Manuel Garcia Margallo ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເປັນ​ເອກະສັນ​ນຳ​ກັນ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຄື ທາ​ບທາມ​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຄະນະ​ກຳມະ​ການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ຫວຽດນາມ - ​ແອດ​ສປາຍ; ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ຄື ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ສິ່ງ​ແວດ​ລ້ອມ, ການທ່ອງ​ທ່ຽວ.

        2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ຢ່າງ​ແໜ້ນ​​ແຟ້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ອາ​ຊຽນ - ອີ​ຢູ, ອາ​ແຊມ. ຫວຽດນາມ ຢືນຢັນ​ການ​ສະໜັບສະໜູນ​ແອດ​ສປາຍ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ. ທ່ານ​ລັດຖະມົນຕີ Josse Manuel Garcia Margallo ຢືນຢັນ​ວ່າ ​ແອດ​ສປາຍ ສະໜັບ​ສະ​ໜູນຫວຽ​ດນາມ ​ໃນ​ການ​ພັດທະນາ​ກັບ​ອີ​ຢູ, ​ໃນ​ນັ້ນມີ​ການ​ຊຸກຍູ້​ການ​ເຊັ່ນສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ສະໜັບສະໜູນ​ເລື່ອງ EU ຮັບ​ຮູ້​ຫວຽດນາມ ມີ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ ​ແລະ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ - EU ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ