ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ຄູເວດ

(VOVWORLD) - ວັນທີ 12 ທັນວາ, ທີ່ສຳນັກງານຫ້ອງການການຄ້າ ແລະ ອຸດສາຫະກຳ ຄູເວດ (KCCI) ໄດ້ດຳເນີນກອງປະຊຸມສຳມະນາ “ການທ່ອງທ່ຽວ ຫວຽດນາມ - ກາລະໂອກາດໃຫ້ບັນດາບໍລິສັດການທ່ອງທ່ຽວ ຄູເວດ” ໂດຍສະຖານທູດ ຫວຽດນາມ ປະຈຳ ຄູເວດ ແລະ KCCI ຮ່ວມກັນຈັດຕັ້ງ. 
ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ຄູເວດ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: VTV)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າຂອງບໍລິສັດ Viettravel ແນະນຳກ່ຽວກັບການທ່ອງທ່ຽວຢູ່ ຫວຽດນາມ, ຄວາມສາມາດບົ່ມຊ້ອນ ແລະ ການເຕີບໂຕໃນຊຸມປີຜ່ານມາ ແລະ ບັນດາຜະລິດຕະພັນການທ່ອງທ່ຽວ ແນໃສ່ຕອບສະໜອງຄວາມຕ້ອງການຂອງແຫຼ່ງນັກທ່ອງທ່ຽວລະດັບສູງທີ່ມາຈາກ ຄູເວດ ແລະ ບັນດາປະເທດເຂດອ່າວ. ກອງປະຊຸມສຳມະນາກໍ່ໄດ້ຮັບຟັງຜູ້ຕາງໜ້າຂອງບໍລິສັດ Emirates Airlines ແລະ Quatar Airways ແນະນຳບັນດາສາຍການບິນຂອງ 2 ບໍລິສັດການບິນຈາກ ຄູເວດ ໄປຍັງ ຫວຽດນາມ ແລະ ຄວາມສາມາດໜູນຊ່ວຍລາຄາຊື້ປີ້ຍົນສຳລັບບັນດາ tour ໄປຈາກ ຄູເວດ.

        ພາຍຫລັງກອງປະຊຸມສຳມະນາ, ສະຖານທູດ ຫວຽດນາມ ປະຈຳ ຄູເວດ ໄດ້ສົມທົບກັບ Viettravel ແລະ Souk Safa - ບໍລິສັດທ່ອງທ່ຽວໃຫຍ່ສຸດຂອງ ຄູເວດ ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາໂດຍກົງເຖິງປະຊາຊົນ ຄູເວດ ຄື: ແນະນຳບັນດາ tour ທ່ອງທ່ຽວດ້ວຍລາຄາຖືກ, ແນະນຳອາຫານການກິນ ແລະ ລາຍການດົນຕີພື້ນເມືອງ ຫວຽດນາມ ຢູ່ Avenues Mall – ສູນການຄ້າໃຫຍ່ສຸດຂອງ ຄູເວດ ດ້ວຍຈຳນວນແຂກ 600.000 ຄົນ/ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ