ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ເກິ່ນ​ເທີ ຢູ່ ຮ່າ​ໂນ້ຍ

(VOVWORLD) -ຕອນບ່າຍວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີໄດ້ຈັດຕັ້ງການສົ່ງເສີມ, ໂຄສະນາການທ່ອງທ່ຽວເພື່ອແນະນຳບັນດາຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວຮ່າໂນ້ຍກໍ່ຄືບັນດາແຂວງທາງພາກເໜືອ ມາຍັງເກິ່ນເທີ.
ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ເກິ່ນ​ເທີ ຢູ່ ຮ່າ​ໂນ້ຍ - ảnh 1ກອງປະຊຸມໂຄສະນາ, ຊຸກຍູ້ການທ່ອງທ່ຽວແຂວງເກິ່ນເທີ (ພາບ: dangcongsan.vn

ທີ່ການໂຄສະນາ, ຂະແໜງທ່ອງທ່ຽວເກິ່ນເທີໄດ້ແນະນຳລາຍການກະຕຸ້ນການທ່ອງທ່ຽວຄັ້ງທີ 2 ພາຍຫຼັງໂລກລະບາດໂຄວິດ - 19 ຂອງບັນດາວິສາຫະກິດການທ່ອງທ່ຽວນະຄອນ, ແຜນທີ່ບັນດາວິສາຫະກິດທີ່ຈົດທະບຽນການທ່ອງທ່ຽວປອດໄພ. ຄຽງຄູ່ກັບການໂຄສະນາຜະລິດຕະພັນການທ່ອງທ່ຽວໃໝ່, ບັນດາວິສາຫະກິດທ່ອງທ່ຽວຂອງ ເກິ່ນເທີ ກໍ່ໄດ້ເຊື່ອມຕໍ່ກັບບັນດາ Tour, ສາຍທ່ອງທ່ຽວ, ການພົບປະ, ແລກປ່ຽນ ແລະ ຮ່ວມມືດຳເນີນທຸລະກິດ ກັບບັນດາວິສາຫະກິດທ່ອງທ່ຽວບັນດາແຂວງ, ນະຄອນພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ