(vovworld) – ວັນທີ 15/5, ສະຫະພັນແຮງງານບັນດາແຂວງ, ນະຄອນຄື ບ່າເຣ້ຍ - ຫວູງເຕົາ, ແຄ໋ງຮ່ວາ, ດ່າໜັງ ໄດ້ຊີ້ນຳໃຫ້ກຳມະບານຮາກຖານທຸກຂັ້ນ ສຸມໃສ່ອະທິບາຍ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນຜູ້ອອກແຮງງານກຳແໜ້ນສະພາບການຢູ່ທະເລຕາເວັນອອກ, ບໍ່ຄວນມີການປະພຶດທີ່ຂາດວັດທະນະທຳສຳລັບບັນດາເຈົ້າຂອງວິສາຫະກິດ, ບັນດານັກລົງທຶນຕ່າງປະເທດ ທີ່ເຄື່ອນໄຫວຢູ່ຫວຽດນາມ. ທ່ານ ຫງວຽນດຶກແທງ, ຮອງປະທານສະຫະພັນແຮງງານນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຊີ້ນຳໂດຍກົງເຖິງກຳມະບານທຸກຂັ້ນກຳແໜ້ນສະພາບການຂອງກຳມະກອນຜູ້ອອກແຮງງານ, ບັນດາການຜັນແປໃນວິສາຫະກິດຕ່າງໆ. ພິເສດແມ່ນເອົາໃຈໃສ່ເຖິງບັນດາວິສາຫະກິດມີເງິນລົງທຶນຂອງ ຈີນ, ໃຕ້ຫວັນ, ເພື່ອເຮັດແນວໃດໃຫ້ບັນດາວິສາຫະກິດອູ່ນອຽນໃຈທຳການຜະລິດ. ພວກຂ້າພະເຈົ້າກໍ່ໄດ້ລະດົມກຳມະກອນຜູ້ອອກແຮງງານບໍ່ຄວນມີການກະທຳຜິດກົດໝາຍ, ມ້າງທຳລາຍ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນແຂວງ.”
ການນຳບັນດາແຂວງ, ນະຄອນໃນທົ່ວປະເທດກໍ່ຈັດຕັ້ງການໂອ້ລົມສົນທະນາ, ໂຄສະນາໃຫ້ປະຊາຊົນ, ຍົງສູງສະຕິລະວັງຕົວ ແລະ ເຜີຍແບກົນອຸບາຍຍຸ້ແຍ່ປຸກປັນ, ທຳລາຍຂອງພວກບໍ່ດີ.