ໂຄສະນາອາຫານການກິນຂອງຫວຽດນາມຢູ່ອາຟລິກາໃຕ້

ໂຄສະນາອາຫານການກິນຂອງຫວຽດນາມຢູ່ອາຟລິກາໃຕ້ - ảnh 1
ສັບປະດາ​ອາຫານ​ການ​ກິນ​ຫວຽດນາມ
ຖືກດຳ​ເນີນ​ໄປ​ຢູ່ນະຄອນ Johannesburg
(ພາບ:dantri.com.vn)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 03 – 12/09, ສັບປະດາ​ອາຫານ​ການ​ກິນ​ຫວຽດນາມ ຖືກດຳ​ເນີນ​ໄປ​ຢູ່ນະຄອນ Johannesburg ຂອງ​ປະ​ເທດ​ອາ​ຟລິ​ກາ​ໃຕ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂຄສະນາ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ຕາມ​ຂ້ໍ​ລິ​​ເລີ່ມຂອງ​ລະບົບ​ໂຮງ​ແຮມ Hyatt ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ໜູນ​ຊ່ວຍ​ຂອງ​ສະຖານທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ຟລິ​ກາ​ໃຕ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ຟ​ລິ​ກາ​ໃຕ້ ​ເລ​ຮຸຍ​ຮ່ວາງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ສັບປະດາ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ຢູ່​ອາ​ຟລິ​ກາ​ໃຕ້, ຖືວ່າ​ນີ້​ແມ່ນ​ການ​ໂຄສະນາ​ຍາວ​ທີ່​ສຸດ, ດ້ວຍ​ການ​ກະກຽມ​​ອາຫານ​ການ​ກິນ​ຂອງ​ຫວຽດນາມ​ດີທີ່​ສຸດ ນັບ​ແຕ່​ກອນ​ມາ​ຮອດ​ປະຈຸ​ບັນ ຢູ່​ອາ​ຟລິ​ກາ​ໃຕ້. ​ເຫດການ​ໄດ້​ຊ່ວຍ​ໂຄສະນາ​ບັນດາ​ຄຸນ​ຄ່າ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ຢູ່​ອາ​ຟລິ​ກາໃຕ້ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ໂຄ​ສະນາ​ການທ່ອງທ່ຽວ ​ແລະ ຊຸກຍູ​້ບັນດາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ