ໂທລະເລກຊົມເຊີຍວັນສະຖາປະນາສະຫະລັດ ອາເມລິກາ

ໂທລະເລກຊົມເຊີຍວັນສະຖາປະນາສະຫະລັດ ອາເມລິກາ - ảnh 1
(ພາບປະກອບ)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 237 ປີ​ແຫ່ງ​ວັນ​ສະຖາປະນາສະຫະລັດ ອາ​ເມ​ລິ​ກາ (04/07/1776 - 04/07/2013), ວັນ​ທີ 03/07/2013, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຝາກ​ໂທລະ​ເລກ​ອວຍ​ພອນ​ເຖິງ​ທ່ານ​ປະທາ​ນາ​ບໍດີ ອາ​ເມ​ລິ​ກາ Barack Obama.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້ຝາກ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ປະທານ​ສະພາ​ສູງ​ອາ​ເມ​ລິ​ກາ Joe Biden, ທ່ານປະທານ​ສະພາ​ຕໍ່າ ອາ​ເມ​ລິ​ກາ John Boehner.

     ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງມິນ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry.

ຂ່າວ/ບົດ​ອື່ນ