ໂທລະເລກແບ່ງປັນຄວາມເສົ້າສະລົດໃຈ


    ໂທລະເລກແບ່ງປັນຄວາມເສົ້າສະລົດໃຈ     - ảnh 1
ທ່ານ Fidel Castro Ruz ຜູ້​ນຳ​ກູ​ບາ

ໂດຍ​ໄດ້​ຮັບ​ຂ່າວ​ທ່ານ Fidel Castro Ruz ຜູ້​ນຳ​ກູ​ບາ​ເຖິງ​ແກ່​ມໍ​ລະ​ນະ​ກຳ, ວັນ​ທີ 26/11, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ປັນ​ຄວາມ​ເສົ້​າ​ສະ​ລົດ​ໃຈ​ໄປ​ຍັງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ກູ​ບາ, ສະ​ພາ​ແຫ່ງ​ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດກູ​ບາ.

   ໂທ​ລະ​ເລກ​ໄດ້​ຢຶນ​ຢັນ​ວ່າ ຊີ​ວິດ​ອັນ​ໃສ​ແຈ້ງ ແລະ ພາ​ລະ​ກິດ​ອະ​ມະ​ຕະ​ຂອງ​ຜູ້​ນຳ Fidel Castro Ruz ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ພາ​ລ​ະ​ກິດການ​ປະ​ຕິ​ວັດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ປະ​ຊາ​ຊົນ​ກູ​ບາ ແລະ ບັນ​ດາ​ປະ​ຊາ​ຊາດ​ທີ່​ພວມ​ມາ​ນະ​ພະ​ຍາ​ຍາມຕໍ່​ສູ້​ແນ​ໃສ່​ໂລກ​ແຫ່ງ​ຍຸດ​ຕິ​ທຳ, ສີ​ວິ​ໄລ, ປະ​ຊາ​ທິ​ປະ​ໄຕ, ວັດ​ທະ​ນາ​ຖາ​ວອນ ແລະ ຜາ​ສຸກ.

    ທ່ານ Fidel Castro Ruz ຜູ້​ນຳ​ກູ​ບາໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ, ​ພັກ​ກອມ​ມູ​ນິດ​ກູ​ບາ, ສະ​ພາ​ແຫ່ງ​ລັດ, ລັດ​ຖະ​ບານ, ປະ​ຊາ​ຊົນ​ກູ​ບາ ກໍ​ຄື​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ແລະ ຂະ​ບວນ​ການກອ​ມມູ​ນິດ, ການ​ປະ​ຕິ​ວັດ​ໂລກ ໄດ້​ສູນ​ເສຍ​ຜູ້​ນຳ​ທີ່​ອົງ​ອາດ​ກ້າ​ແກ່ນ, ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ສູນ​ເສຍ​ເພື່ອນ​ຜູ້​ສະ​ໜິດ​ສະ​ໜົມ.

  ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ປັນ​ຄວາມ​ເສົ້າສະ​ລົດ​ໃຈ​ໄປ​ຍັງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກູ​ບາ Bruno Rodríguez Parrilla. 

 

     

ຂ່າວ/ບົດ​ອື່ນ