ໂອ້ລົມສົນທະນາ“ເຊື່ອມໂຍງເສດຖະກິດ-ບາງບັນຫາທີ່ວາງອອກສຳລັບຫວຽດນາມແຕ່ປີ2015”

ໂອ້ລົມສົນທະນາ“ເຊື່ອມໂຍງເສດຖະກິດ-ບາງບັນຫາທີ່ວາງອອກສຳລັບຫວຽດນາມແຕ່ປີ2015” - ảnh 1
(ພາບປະກອບ)

(vovworld) – ການ​ໂອ້​ລົມ​ສົນທະນາ​ເຊື່ອມ​ໂຍງ​ເສດຖະກິດ -​ ບາງ​ບັນດາ​ທີ່​ວາງ​ອອກ​ສຳລັບ​ ຫວຽດນາມ​ ແຕ່​ປີ 2015” ດຳ​ເນີນ​ໃນ​ວັນ​ທີ 13/8, ຢູ່​ແຂວງ​ບາ​ເຣຍ - ຫວູງ​ເຕົາ, ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ແຂວງ, ນະ​ຕອນ​ຢູ່​​ເຂດ​ທາງຕາ​ເວັນ​ອອກພາກ​ໃຕ້. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​​ໄດ້ແລກປ່ຽນບາງ​ຫົວ​ຂໍ້ສຳຄັນ​ຄື: ສະພາບ​ການໃນ​ໂລກ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ຫວຽດນາມ; ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ​ໄລຍະ​ໄໝ່ - ບັນດາ​ບັນຫາ​ສຳລັບ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ຫວຽດນາມ; ປະຊາ​ຄົມ ອາ​ຊຽນ 2015: ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບ​ບັນດາ​ແຂວງ, ນະຄອນ; ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟີ​ກ (TPP) ​ແລະ ຫວຽດນາມ; ສິ່ງ​ທ້າ​ທາຍ​ສຳລັບ​ການ​ປະຕິ​ຮູບ ​ແລະ ວິ​ສາ​ຫະກິດຢູ່​ບັນດາ​ທ້ອງ​ຖິ່ນເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້ໃນ​ສະພາວະ​ເຊື່ອມ​ໂຍງ​ເຂົ້າ​ຫັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ປີ 2015. ບັນດາ​ຜູ້​ແທນທີ່​ເຂົ້າ​ຮ່ວມ​ຖື​ວ່າ: ນັບ​ແຕ່​​ດຳ​ເນີນ​ກິດຈະການປ່ຽນ​​ໃໝ່, ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ຫັນປ່ຽນ ​ແລະ ພັດທະນາ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ