ໂຮງໝໍ 3 ແຫ່ງຂອງຫວຽດນາມ ໄດ້ຮັບລາງວັນ “ຄຸ້ມຄອງໂຮງໝໍອາຊີ“

ໂຮງໝໍ 3 ແຫ່ງຂອງຫວຽດນາມ ໄດ້ຮັບລາງວັນ “ຄຸ້ມຄອງໂຮງໝໍອາຊີ“ - ảnh 1

(ພາບ:.vnvietnamplus.vn)

(vovworld)- ​​ວັນ​ທີ 14/9, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາທາລະນະ​ສຸກ​ຫວຽດນາມ ສົມທົບ​ກັບ​ສະຫະພັນ​ໂຮງໝໍ​ສາກົນ, ສະຫະພັນ​ໂຮງໝໍອາຊີ ຈັດ​ພິທີ​ມອບ​ລາງວັນ “ຄຸ້ມ​ຄອງ​ໂຮງໝໍ​ອາຊີ“ ປີ 2012 ​ໃຫ້​ແກ່​ໂຮງໝໍ 30 ​ແຫ່ງ, ​ໃນ​ນັ້ນມີ​ໂຮງໝໍ 3 ​ແຫ່ງ​ຂອງ​ຫວຽດນາມ ​ຄື: ​ໂຮງໝໍ Cho Ray, ​ໂຮງໝໍ​ຫຼາຍ​ຂະ​ແໜງ Fortis Hoan My Sai Gon ​ແລະ ​ໂໜງໝໍ​ຫວຽດນາມ-​ຝະລັ່ງ (ຮ່າ​ໂນ້ຍ) ຊື່​ງມີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປະຕິ​ຮູບ​ຄຸນ​ນະພາ​ບການ​ບໍລິການ​ດ້ານ​ການ​ແພດ. ລາງວັນ “ຄຸ້ມ​ຄອງ​ໂຮງໝໍ​ອາຊີ“ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ໂຮງໝໍ​ໄດ້​ປະຕິບັດ​ຂັ້ນຕອນ​ການ​ຄຸ້ມ​ຄອງ​ດີ​ກ່ວາ​ໝູ່ ພ້ອມ​ທັງ​ແມ່ນ​ການ​ຮັບ​ຮູ້​ສຳລັບ​ຄວາມ​ມານະ​ພະຍາຍາມ, ຂໍ້ລິ​ເລີ່​ມ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ໂຮງໝໍ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບການກວດ, ປິ່ນປົວ​ພະຍາດ, ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ​ວົງ​ຄະນາ​ຍາດ.

ຂ່າວ/ບົດ​ອື່ນ