ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 118.000 ຄົນ ແລະ ມີເກືອບ 34.000 ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊິນຈຳນວນກວ່າ 218 ລ້ານໂດສ, ໃນນັ້ນໄດ້ສັກໃຫ້ປະຊາຊົນເກືອບ 202 ລ້ານໂດສ, ອັດຕາຜູ້ໄດ້ຮັບວັກຊິນເຂັມທຳອິດ ແມ່ນ 98,6% ແລະ ເຂັມທີ 2 ແມ່ນ 93,1%.
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 118.000 ຄົນ ແລະ ມີເກືອບ 34.000 ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ - ảnh 1(ພາບປະກອບ: VOV)

ຕາມລາຍການຂ່າວກ່ຽວກັບໂລກລະບາດໂຄວິດ - 19 ໃນວັນທີ 3 ມີນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 16 ໂມງຂອງວັນທີ 2 ມີນາ ຫາເວລາ 16 ໂມງຂອງວັນທີ 3 ມີນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 118.790 ຄົນ. ກໍໃນວັນດຽວກັນນີ້, ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແມ່ນ 33.740 ຄົນ ແລະ ມີຜູ້ເສຍຊີວິດ 95 ຄົນ.

        ນັບແຕ່ເວລາເກີດໂລກລະບາດມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 3.885.631 ຄົນ, ໃນນັ້ນ ມີ 2.550.525 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 40.547 ຄົນເສຍຊີວິດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊິນຈຳນວນກວ່າ 218 ລ້ານໂດສ, ໃນນັ້ນໄດ້ສັກໃຫ້ປະຊາຊົນເກືອບ 202 ລ້ານໂດສ, ອັດຕາຜູ້ໄດ້ຮັບວັກຊິນເຂັມທຳອິດ ແມ່ນ 98,6% ແລະ ເຂັມທີ 2 ແມ່ນ 93,1%.

ຕອບກັບ

ຂ່າວ/ບົດ​ອື່ນ