ໃນມື້ທຳອິດຂອງປີໃໝ່ປີລະກາກວາງນິງໄດ້ຈຳໜ່າຍຖ່ານຫີນໄດ້ກວ່າ 28 ພັນໂຕນ

ໃນມື້ທຳອິດຂອງປີໃໝ່ປີລະກາກວາງນິງໄດ້ຈຳໜ່າຍຖ່ານຫີນໄດ້ກວ່າ 28 ພັນໂຕນ - ảnh 1
ກຸ່ມ​ບໍລິສັດ​ຖ່ານ​ຊັບພະຍາກອນ​ໂລຫະ ຫວຽດນາມ
​ຕ້ອນຮັບ​ກຳ່​ປັ່ນ​ມາຮັບ​ຈຳໜ່າຍ​ຖ່ານ​ຫີນ​ຖ້ຽວ​ທຳ​ອິດ​ໃນ​ປີ 28.400 ​ໂຕນ
(ພາບອິນເຕີແນັດ)

(vovworld) – ວັນ​ທີ 28/1 (ວັນ​ທີ 1 ຂອງ​ບຸນ​ເຕັດ), ຢູ່​ທ່າ ​ເກິ​ມຝາ (​ແຂວງ ກວາງ​ນິງ), ກຸ່ມ​ບໍລິສັດ​ຖ່ານ​ຊັບພະຍາກອນ​ໂລຫະ ຫວຽດນາມ ​ໄດ້​ຕ້ອນຮັບ​ກຳ່​ປັ່ນ​ມາຮັບ​ຈຳໜ່າຍ​ຖ່ານ​ຫີນ​ຖ້ຽວ​ທຳ​ອິດ​ໃນ​ປີ 28.400 ​ໂຕນ. ທ່ານ ດັ້ງ​ແທງ​ຫາຍ, ຜູ້ອຳນວຍການ​ໃຫຍ່ ກຸ່ມ​ບໍລິສັດອຸດສາຫະກຳ​ຖ່ານ​-ຊັບພະຍາກອນ​ໂລຫະ ຫວຽດນາມ TKV, ຢືນຢັນ​ວ່າ, ​ເຫດການ​ນີ້​ມີ​ຄວາມ​ໝາຍ​ເປີດ​ສາກ​ໃຫ້ການ​ຈຳໜ່າຍ​ຖ່ານ​ຫີນ​ໄດ້​ຮັບ​ຊະນະ, ​ເປີດ​ສາກ​ໜຶ່ງ​ປີ​ແຫ່ງ​ການ​ຜະລິດ​ຢ່າງ​ສະດວກ​ສະບາຍ, ​ໂຊກ​ດີ ​ແລະ ປະຕິບັດ​ສຳ​ເລັດ​ແຜນການ​ຜະລິດ ​ແລະ ຈຳໜ່າຍ​ຖ່ານ​ຫີນ​ໃນ​ປີ 2017. ​ໃນ​ພິທີ​ດັ່ງກ່າວ, ທ່ານ ຫງວຽນ​ດຶກ​ລອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ສະ​ແດງ​ຄວາມ​ຫວັງ​ວ່າ, ຖ່ານ​ຫີນ​ໂຕນ​ທຳ​ອິດ​ໃນ​ມື້​ນີ້ ຈະ​​ເປັນ​ການເປີດ​ສາກ​ໃຫ້​ປີ​ໜຶ່ງ​ແຫ່ງ​ການ​ເຕີບ​ໂຕ​ໃນ​ການຈຳໜ່າຍ​ຂອງ​ຂະ​ແໜງຖ່ານ​ຫີນ ຫວຽດນາມ.

ຂ່າວ/ບົດ​ອື່ນ