ໃນອຸບັດຕິເຫດເຮືອບິນ ຢູ່ ອິນໂດເນເຊຍ ບໍ່ມີພົນລະເມືອງຫວຽດນາມ ຖືກປະສົບເຄາະຮ້າຍ

(VOVWORLD) -ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ຕິດຕໍ່ກັບບັນດາອົງການເຈົ້າໜ້າທີ່ ອິນໂດເນເຊຍ ຊອກຫາຂໍ້ມູນຂ່າວກ່ຽວກັບເຫດການດັ່ງກ່າວ ແລະ ໃຫ້ຮູ້ວ່າ ບໍ່ມີພົນລະເມືອງ ຫວຽດນາມຄົນໃດໃນເຮືອບິນລໍາດັ່ງກ່າວ

ກ່ຽວຂ້ອງເຖິງອຸບັດຕິເຫດເຮືອບິນ ໝາຍເລກ JT – 610 ຂອງບໍລິສັດການບິນແຫ່ງຊາດ ອິນໂດເນເຊຍ (Lion Air) ໄດ້ຂົນສົ່ງຜູ້ໂດຍສານຈໍານວນ 189 ຄົນ ເລີ່ມບິນແຕ່ນະຄອນຫຼວງ Jakarta, ອິນໂດເນເຊຍ ໄປຍັງ Pangkal Pinang ຖືກເກີດອຸບັດຕິເຫດ ແລະ ຕົກລົງອ່າວ Jarawang ເມື່ອວັນທີ 29 ຕຸລາ, ອົງການກູ້ໄພກູ້ຊີບ ອິນໂດເນເຊຍ ໄດ້ແຈ້ງໃຫ້ຊາບວ່າ ຜູ້ໂດຍສານ ແລະ ຈຸບິນລວມທັງໝົດ 189 ຄົນ ຖືກເສຍຊີວິດ. ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ຕິດຕໍ່ກັບບັນດາອົງການເຈົ້າໜ້າທີ່ ອິນໂດເນເຊຍ ຊອກຫາຂໍ້ມູນຂ່າວກ່ຽວກັບເຫດການດັ່ງກ່າວ ແລະ ໃຫ້ຮູ້ວ່າ ບໍ່ມີພົນລະເມືອງ ຫວຽດນາມຄົນໃດໃນເຮືອບິນລໍາດັ່ງກ່າວ. ກະຊວງການຕ່າງປະເທດຫວຽດນາມຊີ້ນໍາໃຫ້ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ຈົ່ງສືບຕໍ່ຕິດຕໍ່ກັບອົງການເຈົ້າໜ້າທີ່ ອິນໂດເນເຊຍ ເພື່ອຕິດຕາມ, ອັບເດດຂໍ້ມູນຂ່າວກ່ຽວກັບເຫດການດັ່ງກ່າວ ແລະ ດໍາເນີນບັນດາມາດຕະການປົກປ້ອງພົນລະເມືອງໃນກໍລະນີຈໍາເປັນ.


ຕອບກັບ

ຂ່າວ/ບົດ​ອື່ນ