ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 22 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 22. ໂດຍຖືກດຳເນີນເປັນເວລາ 2 ມື້ເຄິ່ງ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາ, ປະກອບຄຳເຫັນຕໍ່ 11 ເນື້ອໃນສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະມາເຖິງ.
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 22 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ xv ແມ່ນກອງປະຊຸມມີຄວາມສຳຄັນຍິ່ງ, ເຊິ່ງຖືກດຳເນີນໃນກາງສະໄໝຂອງສະພາແຫ່ງຊາດ. ຄາດວ່າໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຮອງເອົາກົດໝາຍ 7 ສະບັບ, ມະຕິ 4 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ.

        ໃນຕອນເຊົ້າຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງຂໍ້ສະເໜີສ້າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາໃນກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍຕຸລາການສຳລັບຜູ້ຍັງບໍ່ທັນຮອດກະສຽນອາຍຸຊາວໜຸ່ມ ເຍົາວະຊົນ, ລັດຖະບັນຍັດວ່າດ້ວຍຄ່າທຳນຽມໃນການຮ້ອງຟ້ອງ; ໃບຍື່ນສະເໜີຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ).



ຕອບກັບ

ຂ່າວ/ບົດ​ອື່ນ