ໄຂກອງປະຊຸມຊຸດຍອດຢູແກຼນ-ສະຫະພາບເອີລົບ

(VOVWORLD) -ວັນທີ 08 ກໍລະກົດ, ເວັບໄຊຂອງປະທານາທິບໍດີຢູແກຼນ ໄດ້ລົງຂໍ້ມູນຂ່າວໂດຍໃຫ້ຮູ້ວ່າ, ກອງປະຊຸມສຸດຍອດຄັ້ງທີ 21 ລະຫວ່າງປະເທດນີ້ກັບສະຫະພາບເອີລົບ (ອີຢູ) ຖືກໄຂຂຶ້ນໃນວັນດຽວກັນ ເພື່ອແນໃສ່ສ້າງແຜນການໃຫ້ແກ່ອະນາຄົດຂອງການພົວພັນ 2 ຝ່າຍ.

ທ່ານປະທານາທິບໍດີຢູແກຼນ Volodymyr Zenlensky, ທ່ານປະທານສະພາເອີລົບ Donald Tusk ແລະ ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ໄດ້ສ້າງແຜນການຈັດຕັ້ງກອງປະຊຸມຄືດັ່ງສ່ວນໜຶ່ງຂອງກອງປະຊຸມສຸດຍອດ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາການພົວພັນດ້ານການເມືອງ ແລະ ເສດຖະກິດລະຫວ່າງອີຢູ ກັບ ກີແອັບ. ຕາມເວັບໄຊຂອງປະທານາທິບໍດີຢູແກຼນ ແລ້ວ, ບັນດາເຈົ້າໜ້າທີ່ອີຢູ ຈະຢືນຢັນ ການສະໜັບສະໜູນຂອງເຂົາເຈົ້າສຳລັບຢູແກຼນ ກໍຄືການປະຕິບັດຂໍ້ຕົກລົງ Minsk ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ