ໄຂກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ,ຊາບຊຶມມະຕິສູນກາງພັກຄັ້ງທີ 7

(VOVWORLD) -ວັນທີ 29 ມິຖຸນາ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ, ຊາບຊຶມບັນດາມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ 12 ຂອງພັກ ຜ່ານເຄືອຂ່າຍອິນເຕີແນັດຢູ່ຮ່າໂນ້ຍ ແລະ 63 ແຂວງ, ນະຄອນໃນທົ່ວປະເທດ.

ໄຂກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ,ຊາບຊຶມມະຕິສູນກາງພັກຄັ້ງທີ 7 - ảnh 1 ກອງປະຊຸມພະນັກງານທົ່ວປະເທດຮ່ຳຮຽນ,ຊາບຊຶມມະຕິສູນກາດພັກຄັ້ງທີ 7

(ພາບ: .qdnd.vn)

 ທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຊີ້ແຈ້ງບັນດາມະຕິເຊິ່ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ຮັບຮອງເອົາແມ່ນຫັນບັນດາໜ້າທີ່ຈຸດສຸມເຊິ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກເປັນລະອຽດ, ເຕື້ອງເຖິງບັນດາບັນຫາໃຫຍ່, ສຳຄັນ, ຮີບດ່ວນໃນຕໍ່ໜ້າ, ທັງເປັນພື້ນຖານ, ຍາວນານ, ທັງມີຄວາມໝາຍສຳຄັນສຳລັບການພັດທະນາປະເທດຊາດແບບຍືນຍົງ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງ, ເລິກເຊິ່ງ, ໂດຍກົງເຖິງຊີວິດ, ຄວາມມຸ່ງມາດປາດຖະໜາຂອງພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ ແລະ ປະຊາຊົນ.

      ທ່ານ ເຈີ່ນກ໋ວກເວື້ອງ ສະເໜີວ່າ, ຄວນຍົກສູງຈິດໃຈຮັບຜິດຊອບ, ຮັບຟັງບົດລາຍງານ ຜູ້ລາຍງານສະເໜີເພື່ອກຳແໜ້ນເນື້ອໃນພື້ນຖານຂອງບັນດາມະຕິ, ໂດຍສະເພາະແມ່ນບັນດາບັນຫາໃໝ່, ສົມທົບກັບການຄົ້ນຄວ້າເອກະສານ, ເພີ່ມທະວີການແລກປ່ຽນ, ປຶກສາຫາລື, ຕິດຕໍ່ກັບທ້ອງຖິ່ນ, ຫົວໜ່ວຍເພື່ອຮັບຮູ້ເນື້ອໃນບັນດາມະຕິຢ່າງຄົບຖ້ວນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ