ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ ກະຊວງ​ການ​ເງິນ​ອາ​ຊຽນ ຄັ້ງທີ 16

ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ ກະຊວງ​ການ​ເງິນ​ອາ​ຊຽນ ຄັ້ງທີ 16 - ảnh 1

ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ຊຽນ ຄັ້ງທີ 16

(ພາບ:baomoi.com)

( vovworld ) ​​ວັນ​ທີ 30/3, ອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ຊຽນ ຄັ້ງທີ 16 (AFMM16) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານລັດຖະມົນຕີ​ກະຊວງ​ການ​ເງິນບັນດາ​ປະ​ເທດ​ອາ​ຊຽນ, ທ່ານ​ເລຂາທິການ​ໃຫ່ຍອາ​ຊຽນ, ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ, ທະນາຄານ​ໂລກ, ກອງ​ທຶນ​ເງິນຕາ​ສາກົນ… ທ່ານ​ຮອງລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ Truong Chi Trung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen ​ໄດ້​ຢືນຢັນ​ວ່າ: ອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ຊຽນ ຄັ້ງທີ 16 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ຍູ້​ແຮງ​ວິວັດ​ການ​ຮ່ວມ​ມື, ປັບປຸງ​ພື້ນຖານ​ການ​ເງິນ, ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ Hun Sen ສະ​ເໜີ​ໃຫ້​ບັນດາ​ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ຊຽນ ຈົ່ງ​ຍົກ​ອອກ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ໃໝ່ ​ເພື່ອ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ໃນ​ຕະຫຼາດ, ຮັກສາພື້ນຖານ​ເສດຖະກິດ, ການ​ເງິນ​ພາກ​ພື້ນ​ເປັນ​ປົກກະຕິ ດ້ວຍ​ເລື່ອງ​ສືບ​ຕໍ່​ແລກປ່ຽນ​ຄຳ​ເຫັນ ​ແລະ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ການ​ເງິນ​ສຳຄັນ. ທີ່​ກອງ​ປະຊຸມ, ບັນດາ​ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ພາສີ​ອາຊຽນ ສະບັບ​ປັບປຸງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ການ​ບໍລິການ​ພາສີ​ໃນ​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ