ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ 3 ປະເທດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ 3 ປະເທດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ - ảnh 1
ທ່ານ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ
ແລະ ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເກົາຫຼີ
( ພາບ: vtv.vn )


( vovworld ) – ​ ກອງ​ປະຊຸມລັດຖະມົນຕີການ​ຕ່າງປະ​ເທດ​ຂອງ 3 ປະ​ເທດ ຈີນ, ຍີ່​ປຸ່ນ ​ແລະ ສ.​ເກົາຫຼີ ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 8/4 ຢູ່ ໜີງປົວ, ​ເຈຍຈຽງ, ປະ​ເທດ​ຈີນ.  ກອງປະຊຸມ​ຄັ້ງ​ນີ້ຈະ​ສະຫຼຸບ​ຄືນ​ບັນດາ​ດານ​ພັດທະນາ​ທີ່​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື 3 ຝ່າຍ​ໃນ​ໄລຍະ​ທີ່​ຜ່ານ​ມາ, ປຶກສາ​ຫາລືວຽກ​ງານ​ກະ​ກ່ຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ ຈີນ, ຍີ່​ປຸ່ນ ​ແລະ ສ.​ເກົາຫຼີ ຄາ​ດວ່າ​ຈະ​ດຳ​ເນີນ​ໄປ​ໃນ​ກາງ​ປີ 2012, ພ້ອມ​ກັນ​ນັ້ນກໍ່ແລກປ່ຽນ​ບັນ​ດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ. ກອງ​ປະຊຸມ​ຖືກດຳ​ເນີນ​ໄປ​ໃນ​ສະພາບ​ການພາກ​ພື້ນ​ພວມເພີ່ມ​ຄວາມ​ເຄັ່ງ​ຕຶງທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຍິງ​ດາວ​ທຽມ​ຂອງ​ສປປ.​ເກົາຫຼີ, ​ເພາະ​ສະ​ນັ້ນ, ຫາງ​ສຽງໄດ້ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງກອງ​ປະຊຸມ​. ກ່ອນ​ໜ້າ​ນັ້ນ,​ຢູ່​ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro ​ແລະ ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເກົາຫຼີ Kim Sung Hwan ​ເມື່ອ​ວັນ​ທີ 7/4, ທ່ານ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ ຢາງ​ເຈຍ​ຊື້ ​ໄດ້​ຖື​ວ່າ ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ, ​ແລະ ສ້າງສະຖຽນ​ລະ​ພາບ​ຢ່າງ​ຍາວ​ນານ​ຢູ່​ພາກພື້ນ​ອາຊີຕາ​ເວັນ​ອອກ​ສຽງ​ເໜືອ​ແມ່ນ​ແທດ​ເໝາະ​ກັບ​ຜົນ​ປະ​ໂຫຍດລວມຂອງ​ບັນດາ​ຝ່າຍ. ຕ້ອງ​ມີ​ລະດັບ​ມອງ​ກວ້າງ​ເຫັນ​ໄກ, ລະງັບ​ໃຈແກ້​ໄຂ​ບັນຫາ​ໂດຍ​ສັນຕິ​ວິທີ.
ຂ່າວ/ບົດ​ອື່ນ