ໄຂກອງປະຊຸມລັດຖະມົນຕີບັນດາປະເທດເຈລະຈາTPPຢູ່ອາເມລິກາ

ໄຂກອງປະຊຸມລັດຖະມົນຕີບັນດາປະເທດເຈລະຈາTPPຢູ່ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 30/09, ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​​​ໄຂ​ຂຶ້ນ​ຢູ່ນະຄອນ Atlanta, ທາງທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ອາ​ເມລິ​ກາ, ​ແນ​ໃສ່​​ມານະ​ພະຍາຍາມ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ທີ່ກ່ຽວ​ຂ້ອງ​ເຖິງ​ສັນຍາ​ການ​ຄ້າ​ເສລີ​ໃຫຍ່​ກວ່າ​ໝູ່​​ໃນ​ໂລກ​ນີ້. ຈຸດ​ສຸມ​​ໂຄງການ​ດຳ​ເນີນ​ງານຂອງ​ກອງ​ປະຊຸມ ​ທີ່ແກ່ຍາວມາເປັນ​ເວລາ 2 ວັນ, ​ແມ່ນຊອກ​ຫາ​ວິທີ​ຮັດ​ແຄບ​ບັນດາ​ຄວາມ​ບໍ່​ລົງ​ລອຍກັນໃນຫຼາຍບັນຫາຫຼັກແຫຼ່ງ ທີ່ເຄີຍເຮັດໃຫ້ຮອບເຈລະຈາຂັ້ນລັດຖະມົນຕີໃໝ່ສຸດ ທີ່ດຳເນີນເມື່ອທ້າຍເດືອນ 07 ຜ່ານມາຢູ່ Hawaii ບໍ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍ. ຄາດວ່າ, ເມື່ອໄດ້ຮັບການລົງນາມ TPP ຈະກາຍເປັນເຂດການຄ້າເສລີ ດ້ວຍພົນລະເມືອງ 800 ລ້ານຄົນ, ກວມເອົາ 30% ຂອງວົງເງິນການຄ້າທົ່ວໂລກ ແລະ ເກືອບ 40 % ຂອງປະລິມານເສດຖະກິດໂລກ.

ຂ່າວ/ບົດ​ອື່ນ