ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນຄັ້ງທີ48

ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນຄັ້ງທີ48 - ảnh 1
ກອງ​ປະຊຸມ​ລັ​ດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ ອາຊຽນ ປະຈຳ​ປີ​ຄັ້ງ​ທີ 48 (AMM 48)


(vovworld) -  ກອງ​ປະຊຸມ​ລັ​ດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາຊຽນ ປະຈຳ​ປີ​ຄັ້ງ​ທີ 48 (AMM 48) ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/8, ຢູ່​ສູນ​ປະຊຸມ​ສາກົນ Putra World, ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ ລັດຖະມົນຕີ​ 10 ທ່ານ ຈາກ 10 ປະ​ເທດ ອາ​ຊຽນ. ຄະນະ​ ຫວຽດນາມ ​ໂດ​ຍທ່ານ​ ຟ້າ​ມບິ່ງ​ມິ​ງ ຮອງ​ນາ​ຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ນຳ​ໜ້າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ Anipha Aman ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ ມາ​ເລ​ເຊຍ, ປະທານ​ຂອງ AMM 48, ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງ ອາ​ຊຽນ​ ໃນການ​ປະຕິບັດ​ບັນດາ​ຄາດໝາຍ ຊຶ່ງ​ພາກ​ພື້ນ​ໄດ້​ວາງ​ອອກ​, ນັ້ນ​ແມ່ນ ສ້າງອາ​ຊຽນ ສາມັກຄີ, ​ເອກະ​ພາບ​ບົນ​ພື້ນຖານ​ບັນດາ​ຫລັກການ ​ແລະ ຄຸນ​ຄ່າ​ພື້ນຖານ​ຂອງ​ທົ່ວ​ພາກ​ພື້ນ. ທ່ານ​ລັດຖະມົນຕີ Anipha Aman ຢືນຢັນ​ວ່າ: ປະຊາ​ຄົມ ອາ​ຊຽນ ຈະ​ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ປະຊາຊົນ ອາ​ຊຽນ ​ແລະ ປະຊາ​ຄົມ​ທົ່ວ​ໂລກ.

        ພາຍຫລັງ​ພິທີ​ໄຂ, ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ​ດຳ​ເນີນ​ວາລະ​ປະຊຸມ​ລັບ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ບັນດາ​ເນື້ອ​ໃນຈຸດ​ສຸມ​ຂອງ​ກອງ​ປະຊຸມ​ຕັ້ງ​ນີ້ ຄາດ​ຄະ​ເນ​ວ່າ: ​ແມ່ນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ລວມຂອງ​ພາກ​ພື້ນ. ນັ້ນ​ແມ່ນ ​ຕັກ​ສິນ​ໃຈ​ສ້າງ​ປະຊາ​ຄົມ ອາ​ຊຽນ “ຮ່ວມ​ສຳພັນ​ດ້ານ​ເສດຖະກິດ, ຕິດ​ພັນ​ດ້ານ​ການ​ເມືອງ, ​ແລະ ພ້ອມກັນ​ແບ່ງປັນ​ຄວາມ​ຮັບຜິດຊອບ​ຕໍ່ສັງ​ຄົມ”, ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ​ເສີມ​ຂະຫຍາຍ​ບົດ​ບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງປະກອບພາກ​ພື້ນ​ພວມ​ປະກົດ​ຕົວ ກໍ​ຄື​ບົດບາດຫລັກ​ແຫຼ່ງຂອງ​ສະມາຄົມ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາສຳຄັນ​ຢູ່​ພາກ​ພື້ນ.

        ບັນດາ​ລັດຖະມົນຕີ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ເປັນ​ເຈົ້າ​ການ​ຂອງ ອາ​ຊຽນ ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຂອງ​ພາກ​ພື້ນ; ຄວາມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ, ​ເສີມ​ຂະຫຍາຍ​ບັນດາ​ເຄື່ອງມື​, ​ເວທີ​ປາ​ໄສ​ການ​ເມືອງ, ຄວາມ​ປອດ​ໄພ​​ໃນ​ພາກ​ພື້ນ​ຄື: ARF, EAS, ADMM+, ກໍ​ຄື​ບັນດາ​ເອກະສານຄື: ສົນທິສັນຍາ​ສະໜິດສະໜົມ ​ແລະ ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (TAC), ຖະ​ແຫຼງການ​ກ່ຽງ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ສົນທິສັນຍາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ປອດອາວຸດ​ນິວ​ເຄຼຍ (SEANWFZ) ກ່ວາ​ອີກ.

ນັກຂ່າວ VOV ຢູ່ກົວລາລຳເປີ, ມາເລເຊຍ
ຂ່າວ/ບົດ​ອື່ນ