ໄຂກອງປະຊຸມສຸດຍອດ ບັນດາການນຳ ອາເມລິກາເໜືອ

ໄຂກອງປະຊຸມສຸດຍອດ ບັນດາການນຳ ອາເມລິກາເໜືອ - ảnh 1
ໄຂ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ການ​ນຳ​ອາ​ເມ​ລິ​ກາ​ເໜືອ
(ພາບ: Reuters)


(vovworld) - ຕອນ​ເຊົ້າ​ວັນ​ທີ 20/02, ຕາມ​ເວລາຫວຽດນາມ, ຢູ່​ນະຄອນ Toluca, ປະ​ເທດ ​ເມ​ັກຊີ​ໂກ ​ໄດ້​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 7 ບັນດາ​ການ​ນຳ​ອາ​ເມ​ລິ​ກາ​ເໜືອ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ Enrique Pena Nieto, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາຍົກລັດຖະມົນຕີ ກາ​ລາ​ດາ Harper.

        ຫົວ​ເລື່ອງ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ພະລັງງານ, ​ເພື່ອ​ຊອກ​ຫາ​ວີ​ທີ​ການ​ຮ່ວມ​ມື​ໃໝ່ ພາຍຫຼັງ​ໄລຍະ 20 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ ​ແລະ ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເໜືອ. ​ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ນຳ​ກໍ່​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບາງ​ບັນຫາ​ຫຍຸ້ງຍາກ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ Ketstone XL, ​ເລື່ອງ​ຮັບຮອງ​ເອົາ​ການ​ປະຕິ​ຮູບ​ກ່ຽວ​ກັບການ​ຢູ່​ອາ​ໄສ​ຢ່າງຮອບດ້ານລະຫວ່າງ​ອາ​ເມ​ລິ​ກາ ​ແລະ ​ເມັກ​ຊີ​ໂກ...

ຂ່າວ/ບົດ​ອື່ນ