ໄຂ​ກອງ​ປະ​ຊ​ຸມ​ສຸດຍອດ​ການ​ສື່​ສານ​ອາ​ຊີ 2019

(VOVWORLD) - ກອງປະຊຸມດັ່ງກ່ວາແມ່ນໜຶ່ງໃນບັນດາເຫດການກະຈາຍສຽງ, ໂທລະພາບສາກົນແຖວໜ້າ, ໄດ້ຈັດຕັ້ງເປັນປະຈຳປີ, ສ້າງເງື່ອນໄຂໃຫ້ແກ່ບັນດາວິທະຍຸກະຈາຍສຽງ, ໂທລະພາບ, ບັນດານັກວາງນະໂຍບາຍດ້ານການສື່ສານໃນທົ່ວໂລກພົບປະແລກປ່ຽນ, ປຶກສາຫາລືເພື່ອແນໃສ່ດັດປັບຄຸນນະພາບການສື່ສານຕໍ່ໜ້າການປະຕິວັດເຕັກໂນໂລຢີ.
ໄຂ​ກອງ​ປະ​ຊ​ຸມ​ສຸດຍອດ​ການ​ສື່​ສານ​ອາ​ຊີ 2019 - ảnh 1ກອງປະຊຸມສຸດຍອດການສື່ສານອາຊີ 2019 

        ວັນທີ 12 ມິຖຸນາ, ຢູ່ນະຄອນ Siem Reap, ລາຊະອານາຈັກ ກຳປູເຈຍ, ໄດ້ໄຂກອງປະຊຸມສຸດຍອດການສື່ສານອາຊີຄັ້ງທີ 16 (AMS 16). ກອງປະຊຸມສຸດຍອດການສື່ສານອາຊີຄັ້ງທີ່ 16 ໄດ້ຈັດຕັ້ງດ້ວຍຫົວຂໍ້ວ່າ “ຫັນພາຫະນະການສື່ສານເປັນດີຈີຕອນ - ສຸມໃສ່ພັດທະນາຕະຫຼາດ”, ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 500 ທ່ານທີ່ມາຈາກ ກ່ວາ 40 ປະເທດ, ໃນນັ້ນ ມີຄະນະຜູ້ແທນ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວິທະຍຸກະຈາຍສຽງ ຫວຽດນາມ. ກອງປະຊຸມດັ່ງກ່ວາແມ່ນໜຶ່ງໃນບັນດາເຫດການກະຈາຍສຽງ, ໂທລະພາບສາກົນແຖວໜ້າ, ໄດ້ຈັດຕັ້ງເປັນປະຈຳປີ, ສ້າງເງື່ອນໄຂໃຫ້ແກ່ບັນດາວິທະຍຸກະຈາຍສຽງ, ໂທລະພາບ, ບັນດານັກວາງນະໂຍບາຍດ້ານການສື່ສານໃນທົ່ວໂລກພົບປະແລກປ່ຽນ, ປຶກສາຫາລືເພື່ອແນໃສ່ດັດປັບຄຸນນະພາບການສື່ສານຕໍ່ໜ້າການປະຕິວັດເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ