ໄຂກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

(VOVWORLD) -ຕອນເຊົ້າວັນທີ 16 ມີນາ, ກອງປະຊຸມສຸດຍອດພິເສດຄັ້ງທຳອິດລະຫວ່າງ ອາຊຽນ ແລະ ອົດສະຕາລີ ໄດ້ດຳເນີນຢູ່ຫໍປະຊຸມສາກົນທີ່ນະຄອນ Sydney ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ການນຳບັນດາປະເທດ ອາຊຽນ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

ໄຂກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull

(ພາບປະກອບ: smh.com.au)

ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັັ້ນຄົງໃນພາກພື້ນ, ບັນດາສາຍພົວພັນດ້ານເສດຖະກິດ ແລະ ບັນດາມາດຕະການຕ້ານການກໍ່ການຮ້າຍ ເພືີ່ອແນໃສ່ຮັດແໜ້ນການພົວພັນລະຫວ່າງ ອົດສະຕາລີ ກັບ ອາຊຽນ ກ່ວາອີກ.

        ດ້ວຍຫົວຂໍ້ທີ່ວ່າ “ເພີ່ມທະວີຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ພາກພື້ນ”, ບັນດາກອງປະຊຸມຂັ້ນສູງວິສາຫະກິດ ອາຊຽນ - ອົດສະຕາລີ, ກອງປະຊຸມສາກົນຕ້ານການກໍ່ການຮ້າຍ ແລະ ວາລະປະຊຸມຄົບຄະນະຂອງບັນດາການນຳຂັ້ນສູງຈະດຳເນີນໃນຂອບເຂດກອງປະຊຸມແຕ່ວັນທີ 16 – 18 ມີນາ. ຄາດຄະເນວ່າ ບັນດາການນຳ ອາຊຽນ ແລະ ອົດສະຕາລີ ຈະຮັບຮອງເອົາຖະແຫຼງການ Sydney, ຖະແຫຼງການຮ່ວມຂອງກອງປະຊຸມ ແລະ ບົດບັນທຶກຊ່ວຍຈຳລະຫວ່າງ ອາຊຽນ ແລະ ລັດຖະບານ ອົດສະຕາລີ ກ່ຽວກັບການຮ່ວມມືຕ້ານການກໍ່ການຮ້າຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ