ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7

(VOVWORLD) -ກອງປະຊຸມໃຫຍ່ນີ້ມີໜ້າທີ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 6, ອາຍຸການ 2015 – 2020; ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ຂອງອົງຄະນະພັກອາຍຸການ 2020 – 2025

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7 - ảnh 1ກອງປະຊຸມກະກຽມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7

(ພາບ: bocongan.gov.vn)

ຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 7, ອາຍຸການ 2020 – 2025 ຖືກໄຂຂຶ້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 350 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 63 ໝື່ນຄົນໃນທົ່ວອົງຄະນະພັກຕຳຫຼວດ.

        ກອງປະຊຸມໃຫຍ່ນີ້ມີໜ້າທີ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕຳຫຼວດສູນກາງຄັ້ງທີ 6, ອາຍຸການ 2015 – 2020; ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ຂອງອົງຄະນະພັກອາຍຸການ 2020 – 2025; ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ເລືອກຕັ້ງຄະນະສະມາຊິກອົງຄະນະພັກຕຳຫຼວດສູນກາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ…

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມກະກຽມໃນວັນທີ 11 ຕຸລາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດປະຊາຊົນ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈສ້າງກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ; ແມ່ນກຳລັງການເມືອງທີ່ຈົ່ງຮັກພັກດີ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນການປົກປ້ອງພັກ, ລັດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ