ໄຂກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ36ຢູ່ມາເລເຊຍ

ໄຂກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ36ຢູ່ມາເລເຊຍ - ảnh 1
ໄຂ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ ຄັ້ງ​ທີ 36
(ພາບ: KimDung-ChiGiap/vietnam+)

(vovworld) – ຕອນ​ເຊົ້າ​ວັນ​ທີ 8/9, ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຂອງ ມາ​ເລ​ເຊຍ ​ໄຂ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ ຄັ້ງ​ທີ 36 (AIPA - 36) ດ້ວຍ​ຫົວ​ຂໍ້ “ສະໜິດ​ຕິດ​ພັນປະຊາ​ຄົມ ອາ​ຊຽນ ​ເພື່ອ​ປະຊາຊົນ, ​ຖື​ປະຊາຊົນ​ເປັນ​ໃຈກາງ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ຮອບດ້ານ”. ​ເຂົ້າ​ຮ່ວມ​ AIPA ຄັ້ງ​ທີ 36 ມີ​ບັນດາ​ຄະນະ​ຜູ້​ແທນ​ລັດຖະສະພາ​ບັນດາ​ປະ​ເທດ​ສະມາຊິກ AIPA. ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮຸຍງ້ອກ​ເຊີນ ​ເປັນ​ຫົວໜ້າ​ຄະນະ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Amin Haji Mulia, ປະທານ AIPA – 36, ປະທານ​ສະພາ​ຕ່ຳ ມາ​ເລ​ເຊຍ ຢືນຢັນ​ວ່າ: ​ເລື່ອງ​ຖືການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ ອາ​ຊຽນ ​ແລະ AIPA ​ເປັນ​ກອງ​ປະຊຸມ​ ທາງ​ການ​ເປັນປະຈຳ​ ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ AIPA ​ເຂົ້າ​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ​ຂອງ ອາ​ຊຽນ. ທ່ານ Amin Haji Mulia ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ສະມາຊິກ​ລັດຖະສະພາ​ສາມາດ​ມີ​ການ​ກະທຳ​ຫລາຍ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ໃນ​ການ​ພົວພັນ​ສາກົນ ​ໂດຍ​ຜ່ານ​ການ​ພົວພັນ​ການ​ທູດ​ລັດຖະສະພາ.

ຂ່າວ/ບົດ​ອື່ນ