ໄຂ​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ສິນ​ຄ້າ​ອຸດ​ສາ​ຫະ​ກ​ຳ​ຊົນ​ນະ​ບົດ​ທີ່​ພົ​້ນ​ເດັ່ນ​ເຂ​ດ​ທາງ​ທິດ​ເໜືອ

(VOVWORLD) -  ມີຮ້ານວາງສະແດງ300 ຮ້ານຢູ່ງານຕະຫຼາດນັດ ໄດ້ແນະນຳບັນດາຜະລິດຕະພັນສິລະປະຫັດຖະກຳ, ຜະລິດຕະພັນບ້ານອາຊີບ, ເຄື່ອງກົນຈັກ, ເຄື່ອງມືກະສິກຳ, ບັນດາຜະລິດຕະພັນການກະເສດທີ່ພົ້ນເດັ່ນຂອງ 27 ແຂວງ, ນະຄອນໃນເຂດທາງທິດເໜືອ ແລະ  5 ແຂວງ, ນະຄອນເຂດພາກກາງ - ໄຕງວຽນ.
ໄຂ​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ສິນ​ຄ້າ​ອຸດ​ສາ​ຫະ​ກ​ຳ​ຊົນ​ນະ​ບົດ​ທີ່​ພົ​້ນ​ເດັ່ນ​ເຂ​ດ​ທາງ​ທິດ​ເໜືອ - ảnh 1ບັນດາຜູ້ແທນຕັດແຖບຜ້າໄຂງານຕະຫຼາດນັດ(ພາບ: congthuong.vn)

        ຕອນຄ່ຳວັນທີ 23 ພຶດສະພາ, ຢູ່ສູນງານຕະຫຼາດນັດວາງສະແດງສາກົນຫາຍຟ່ອງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງຈັດຕັ້ງງານຕະຫຼາດນັດວາງສະແດງສິນຄ້າອຸດສາຫະກຳຊົນນະບົດທີ່ພົ້ນເດັ່ນເຂດທາງທິດເໜືອ ປີ 2019.

ມີຮ້ານວາງສະແດງ300 ຮ້ານຢູ່ງານຕະຫຼາດນັດ ໄດ້ແນະນຳບັນດາຜະລິດຕະພັນສິລະປະຫັດຖະກຳ, ຜະລິດຕະພັນບ້ານອາຊີບ, ເຄື່ອງກົນຈັກ, ເຄື່ອງມືກະສິກຳ, ບັນດາຜະລິດຕະພັນການກະເສດທີ່ພົ້ນເດັ່ນຂອງ 27 ແຂວງ, ນະຄອນໃນເຂດທາງທິດເໜືອ ແລະ  5 ແຂວງ, ນະຄອນເຂດພາກກາງ - ໄຕງວຽນ, ໃນນັ້ນມີຫຼາຍຜະລິດຕະພັນທີ່ນຳໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຢີທີ່ມີລັກສະນະປ່ຽນແປງໃໝ່, ປະດິດຄິດສ້າງ. ງານຕະຫຼາດນັດແມ່ນກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ວິສາຫະກິດຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມທາງການຄ້າ, ລົງນາມໃນບັນດາສັນຍາການລົງທຶນ, ຮ່ວມທຸລະກິດ, ເຊື່ອມຕໍ່ກັນ, ເປີດກ້ວາງການຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ