ໄຂງານບຸນລະດູບານໃໝ່ໂກນເຊີນ-ກຽບບາກປີ2016

ໄຂງານບຸນລະດູບານໃໝ່ໂກນເຊີນ-ກຽບບາກປີ2016 - ảnh 1
(ທ່ານ​ນາງ​ ຫງວຽນ​ທິຢວານ ພ້ອມ​ກັບ​ບັນດາ​ຜູ້​ແທນ
​ສູນ​ກາງ​ຖະຫວາຍ​ທູບ​ທຽນ​ອາໄລຫາ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/2, ໝາຍ​ເຖິງ​ວັນ​ທີ 16 ​ເດືອນ​ຈຽງ, ​ແຂວງ ຫາຍ​ເຢືອງຈັດ​ຕັ້ງພິທີໄຂ​ງານ​ບຸນ​ລະດູບານ​ໃໝ່​ ໂກນ​ເຊີນ-ກຽບບາກ ​ປີ 2016. ທີ່​ພິທີ​ໄຂ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ພ້ອມ​ກັບ​ບັນດາ​ຜູ້​ແທນ​ສູນ​ກາງ ​ແລະ ​ແຂວງ ຫາຍ​ເຢືອງ ​ໄດ້​ຖະຫວາຍ​ທູບ​ທຽນ​ສະ​ເຫຼີ​ມສະຫຼອງ 682 ປີ ​ແຫ່ງ​ວັນ​ມໍລະນະ​ພາບຂອງພະ​ມະຫາ​ອາຈານ ຮ່ວຽນ​ກວາງ; ມອບ​ໃບຮັບ​ຮອງ​ສີ​ລາ​ເລກ ​ແງ​ຮື​ດົ້ງ ຢູ່​ວັດ ​ໂກນ​ເຊີນ ​ເປັນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ​ຊາດ. ງານ​ບຸນ​ລະດູບານ​ໃໝ່​ ໂກນ​ເຊີນ-ກຽບບາກ ​ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 21/2-01/3. ຈຸດ​ໃໝ່​ຂອງ​ງານ​ບຸນ​ປີ​ນີ້​ແມ່ນ​ຟື້ນ​ຟູ​ພິທີ​ແຫ່​ນຳ້, ພາຍຫຼັງ​ຫຼາຍ​ປີ​ຖືກ​ເສື່ອ​ມຫາຍ​ໄປ. ພິທີ​ແຫ່​ນຳ້​ເພື່ອ​ແນ​ໃສ່​ເອົາ​ນຳ້​ມາສົງ​ພະພຸດ, ມີ​ຄວາມ​ໝາຍ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຊີວິດ​ຢູ່​ເຢັນ​ເປັນ​ສຸກ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ ກໍ່​ຄື​ອາລົມ​ຈິດ​ໃນ​ປະຊາ​ຄົມ​ບ້ານ, ຕາ​ແສງ.

ຂ່າວ/ບົດ​ອື່ນ