ໄຂງານບຸນໜັງສືພິມລະດູບານໃໝ່ ປີ 2013

ໄຂງານບຸນໜັງສືພິມລະດູບານໃໝ່ ປີ 2013 - ảnh 1

ໄຂ​ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່ ປີ 2013
(ພາບ: ANTĐ)


(vovworld) - ຕອນ​ເຊົ້າ​ວັນ​ທີ 29/1, ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່​ປີ 2013 ຖືກ​ໄຂ​ຂຶ້ນ​ຢູ່​ຫໍ​ມິດຕະພາບ ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ໄດ້​ຮັບ​ການຈັດ​ຕັ້ງ​​ປະຈຳປີ ​ເພື່ອ​ແນ​ໃສ່​ແນະນຳ​ຜົນ​ງານ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ​ໃນ​ທຸກໆ​ຂົງ​ເຂດຄື: ການ​ເມືອງ, ​ເສດຖະກິດ, ສັງຄົມ​ໃນ​ໜັງສືພິມ​ຍາມ​ລະດູບານ​ໃໝ່​ສະບັບ​ຕ່າງໆ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ນະຄອນຫຼວງ ຮ່າ​ໂນ້ຍ ສະ​ແດງ​ການ​ປ່ຽນ​ໃໝ່​ຂ​ອງໜັງສືພິມ​​ລະດູບານ​ໃໝ່ ທັງ​ດ້ານ​ເນື້ອ​ໃນ ​ແລະ ການຈັດ​ພິມ. ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່​ປີ​ນີ້​ໄດ້​ວາງສະ​ແດງສິ່ງ​ພິມໜັງສືພິມ​ທີ່​​ເປັນ​ເອກະລັກ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ຮ່າ​ໂນ້ຍ. ບັນດາສິ່ງ​ພິມບໍ່​ພຽງ​ແຕ່​ມີ​ຄວາມງາມ​ກ່ຽວ​ກັບ​ການຈັດ​ພິມ, ອຸດົມສົມ​ບຸນ​ກ່ຽວ​ກັບ​ເນື້ອ​ໃນ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ບົດບາດ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວສານ​ທີ່​ສຳຄັນ ​ໂຄສະນາ​ເຜີຍ​​ແຜ່​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ມາ​ຍັງ​ຜູ້​ຟັງ, ຜູ້​ອ່ານ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ອີກ​ດ້ວຍ. ທ່ານ ​ເຈີ​ນຢາ​ທ໋າຍ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ, ປະທານ​ສະມາຄົມ​ນັກ​ຂ່າວ​ນະຄອນຫຼວງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

“ດ້ວຍ​ຖານະ​ເປັນ​ຜູ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໜັງສື​ພິມ​ລະດູບານ​ໃໝ່, ພວກ​ຂ້າພະ​ເຈົ້າ​ມີ​ຄວາມປະຫຼາດ​ໃຈທີ່​ສຸດ ຍ້ອນ​​ໃນ​ປີຜ່ານມາ, ຊີວິດ​​ເສດຖະກິດ​ຂອງ​ປະ​ເທດ​ຊາດ ​ແລະ ນະຄອນຫຼວງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ວ່າ ໜັງສືພິມ​ລະດູບານ​ໃໝ່​ປີ​ນີ້​ມີ​ຄວາມ​ເບັ່ງ​ບານ ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ກໍ່​ຄື​ຂອງ​ສູນ​ກາງ​ທີ່​ມີ​ສຳນັກງານຕັ້ງ​ຢູ່ ຮ່າ​ໂນ້ຍ ​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ນຳ​​ເອົາພະລັງ​ຊີວິດ​ໃໝ່​ມາສູ່ງານ​ບຸນ​ໜັງສືພິມລະດູບານ​ໃໝ່”


ຂ່າວ/ບົດ​ອື່ນ