ໄຂງານພົບປະ ຫວຽດນາມ ຄັ້ງທີ 9

ໄຂງານພົບປະ ຫວຽດນາມ ຄັ້ງທີ 9 - ảnh 1

(ພາບ:.baodatviet.vn)

(vovworld)-​ ນັກວິທະຍາສາດ​ສາກົນ 200 ທ່ານ, ​ໃນ​ນັ້ນມີ​ນັກວິທະຍາສາດ, ນັກ​ບາດ 7 ທ່ານ ​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບນ ​ໄດ້​ເຂົ້າຮ່ວມ ”ງານ​ພົບ​ປະ​ຫວຽດນາມ​ຄັ້ງທີ 9” ຢູ່​ນະຄອນ​ກຸຍ​ເຍີ​ນ ​ແຂວງ​ບິງ​ດິ້ງ. “ງານ​ພົບ​ປະ​ຫວຽດນາມ​ຄັ້ງທີ 9“ ຈະ​ແກ່ຍາວ​​ແຕ່​ວັນ​ທີ 28/7 ຮອດ​ວັນ​ທີ 17/8. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍອົງການ​ພົບປະ​​ຫວຽດນາມ, ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ຄະນະ​ກຳມະການ ປຊຊ ​ແຂວງ​ບິງ​ດິ້ງ ສົມທົບ​ກັນ​ຈັດຕັ້ງຂຶ້ນ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຮ່ວມ​ມື​ຫວຽດນາມ-​ຝະລັ່ງ ​ແລະ 20 ປີ​ແຫ່ງ​ວັນ​ສ້າງຕັ້ງອົງການ​ພົບປະ​​ຫວຽດນາມ. ​ໃນຂອບ​ເຂດ ”ງານພົບປະ​​ຫວຽດນາມ ຄັ້ງທີ 9”, ຈະຈັດ​ບັນດາ​ກອງ​ປະຊຸມ​ວິທະຍາສາດ​ສາກົນ, ບັນດາຊຸດ​ຮຽນ​ຫົວ​ເລື່ອງ​ສະ​ເພາະ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ, ຊຸດ​ຝຶກ​ອົບຮົມ​ຄັ້ງຕ່າງໆ…​ໃນ​ໂອກາດ​ນີ້, ອົງການ​ພົບປະ​​ຫວຽດນາມ ຈະ​ເປີດ​ສະຫຼອງ​ສູນ​ວິທະຍາສາດ ​ແລະ ການ​ສຶກສາສາກົນລະ​ຫວ່າງ​ຂະ​ແໜງຢູ່ນະຄອນ​ກຸຍ​ເຍີ​ນ ​ແຂວງ​ບິງ​ດິ້ງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິທະ​ຍາ​ສາດ, ພັດທະນາ​ການ​ສຶກສາ ​ແລະ​ ຍົກ​ສູງ​ລະດັບ​ຄວາມ​ຮູ້​ດ້ານ​ວິທະຍາສາດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ