ໄຂງານວາງສະແດງ“ອາຊຽນ-ສີສັນວັດທະນະທຳ”
ຜູ້ຕາງໜ້າບັນດາປະເທດອາຊຽນ
(ພາບ: ຮ່າເຟືອງ)
(vovworld) - ຕອນເຊົ້າວັນທີ 03/08 ຢູ່ ຮ່າໂນ້ຍ ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະພະພັນແມ່ຍິງ ຫວຽດນາມ ຈັດຕັ້ງລາຍການພົບປະແລກປ່ຽນ ແລະ ໄຂງານວາງສະແດງດ້ວຍຫົວຂໍ້ວ່າ: “ອາຊຽນ - ສີສັນວັດທະນະທຳ” ເນື່ອງໃນໂອກາດ 49 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (08/08/1967 – 08/08/2016) ແລະ 1 ປີແຫ່ງວັນສ້າງຕັ້ງກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ. ລາຍການເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງແມ່ຍິງໃນກຸ່ມ ອາຊຽນ, ຊຸກຍູ້ບົດບາດຂອງບັນດາອົງການແມ່ຍິງຢູ່ແຕ່ລະປະເທດ ກໍ່ຄືປະຊາຄົມລວມ ອາຊຽນ. ທ່ານນາງ ບູຍທິຮ່ວາ ຮອງປະທານສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີບັນດາການເຄື່ອນໄຫວ ເພື່ອເຊື່ອມຕໍ່ກັບບັນດາອົງການຈັດຕັ້ງແມ່ຍິງຢູ່ບັນດາປະເທດອື່ນໆ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງແມ່ຍິງ ຫວຽດນາມ ຢູ່ບັນດາປະເທດນັ້ນ; ພ້ອມທັງ, ກໍ່ແນະນຳບັນດາການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫວຽດນາມ ກັບບັນດາປະເທດ. ຜ່ານນັ້ນ, ມີເພື່ອນມິດສາກົນ, ບົດຮຽນຫລາຍຢ່າງຕື່ມອີກ ເພື່ອພັດທະນາ, ຊຸກຍູ້ການເຄື່ອນໄຫວຂອງແມ່ຍິງ ຫວຽດນາມ. ”