ໄຂງານວາງສະແດງຮູບຖ່າຍກ່ຽວກັບຫວຽດນາມຢູ່ອັກຊັງຕີນ

ໄຂງານວາງສະແດງຮູບຖ່າຍກ່ຽວກັບຫວຽດນາມຢູ່ອັກຊັງຕີນ - ảnh 1
ຊາປາ ແມ່ນສະຖານທີ່ປະທັບໃຈທີ່ສຸດໃຫ້ນັກຖ່າຍຮູບ ອັກຊັງຕີນ
(ພາບ: Thanh Hà/TTXVN)

(vovworld) – ວັນ​ທີ 3/6, ງານ​ວາງສະ​ແດງ​ຮູບ​ຖ່າຍ ກ່ຽວ​ກັບ ຫວຽດນາມ ລວມມີຮູບ​ຖ່າຍ 26 ​ແຜ່ນ​ຂອງ​ນັກ​ຖ່າຍຮູບ ອັກ​ຊັງ​ຕີນ 13 ຄົນ, ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Buenos Aires , ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຖ່າຍຮູບ ​ແລະ ນັກ​ສິລະ​ປິນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ບັນດາ​ຮູບ​ຖ່າຍ​ໄດ້​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ບັນດາ​ຮູບ​ຖ່າຍ​ທີ່​ດີ່​ເດັ່ນ ​ເຊິ່ງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃນ​ຈຳນວນຮູບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ ​​​ໂດ້ຍກຸ່ມ​ນັກ​ຖ່າຍຮູບ​ຖ່າຍທຳ​ໃນ​ການຢ້ຽມຢາມຫວຽດ​​ເປັນ​ເວລາ 25 ວັນ​ເມື່ອ​ຕົ້ນ​ປີ 2015. ຮູບ​ຖ່າຍ​ແຕ່ລະ​ແຜ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ ຫວຽດນາມ, ຈາກ​ອ່າວ​ຮ້າ​ລອງ ​ເຖິງ ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ; ປະ​ເພນີ​ຖະຫວາຍ​ທູບ​ທຽນ ​ແລະ ​ໄປ​ວັດ​ວາ​ອາ​ຮາມໃນ​ວັນ​ບຸນຂອງ​ປະຊາຊົນ. ງານ​ວາງສະ​ແດງ​ດັ່ງກ່າ​ວຊ່ວຍ​ໃຫ້​ຜູ້​ຊົມ​ຮູ້ສຶກ​ໄດ້​​ຊີວິດທາງ​ດ້ານ​ວັດທະນະທຳ​ທີ່ອຸດົມສົມບູນ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ