ໄຂງານແຂ່ງຂັນຍິງປືນທະຫານບົກບັນດາປະເທດອາຊຽນ ຄັ້ງທີ 30.

(VOVWORLD) -ເຫດການນີ້ ບໍ່ພຽງແຕ່ແມ່ນແຫ່ງແຂ່ງຂັນລະຫວ່າງບັນດານັກຍິງປືນທີ່ມີຄວາມເກັ່ງກ້າທີ່ສຸດໃນກຳລັງທະຫານບົກຂອງບັນດາປະເທດອາຊຽນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ການຝຶກແອບທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງບັນດານັກກິລາທີ່ເຂົ້າຮ່ວມງານແຂ່ງຂັນຍິງປືນທະຫານບົກອາຊຽນຄັ້ງທີ 30 ອີກດ້ວຍ
ໄຂງານແຂ່ງຂັນຍິງປືນທະຫານບົກບັນດາປະເທດອາຊຽນ ຄັ້ງທີ 30.  - ảnh 1ພິທີໄຂງານແຂ່ງຂັນຍິງປືນທະຫານບົກອາຊຽນຄັ້ງທີ 30(AARM-30)

    ຕອນເຊົ້າວັນທີ 6 ພະຈິກຢູ່ສູນຝຶກແອບທະຫານແຫ່ງຊາດຫວຽດນາມເລກ 4, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດພິທີໄຂງານແຂ່ງຂັນຍິງປືນທະຫານບົກບັນດາປະເທດອາຊຽນຄັ້ງທີ 30(AARM-30) ຂຶ້ນ. ງານແຂ່ງຂັນໄດ້ເຕົົ້າໂຮມນັກຍິງປືນດີເດັ່ນ 10 ຄະນະລວມມີ 420 ຄົນທີ່ມາຈາກ 10 ປະເທດອາຊຽນ. ເຫດການນີ້ ບໍ່ພຽງແຕ່ແມ່ນແຫ່ງແຂ່ງຂັນລະຫວ່າງບັນດານັກຍິງປືນທີ່ມີຄວາມເກັ່ງກ້າທີ່ສຸດໃນກຳລັງທະຫານບົກຂອງບັນດາປະເທດອາຊຽນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ການຝຶກແອບທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງບັນດານັກກິລາທີ່ເຂົ້າຮ່ວມງານແຂ່ງຂັນຍິງປືນທະຫານບົກອາຊຽນຄັ້ງທີ 30 ອີກດ້ວຍ, ທັງນີ້ກໍ່ເປັນການປະກອບສ່ວນຮັກສາສັນຕິພາບສະຖຽນລະພາບການພັດທະນາແບບຍືນຍົງຂອງແຕ່ລະປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ກໍ່ຄືໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ