ໄຂຊຸດຝຶກອົບຮົບ, ອັບເດັດຄວາມຮູ້ໃຫ້ບັນດາກຳມະການສູນກາງພັກຊຸດທີ 12

(VOVWORLD) - ຕອນເຊົ້າວັນທີ 27 ສິງຫາ, ທີ່ຮ່າໂນ້ຍ, ໄດ້ໄຂຊຸດຝຶກອົບຮົບ, ອັບເດັດຄວາມຮູ້ທີ່ສະຫງວນໃຫ້ບັນດາກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 (ຕັ້ງທີ 2, ປີ 2018).
ໄຂຊຸດຝຶກອົບຮົບ, ອັບເດັດຄວາມຮູ້ໃຫ້ບັນດາກຳມະການສູນກາງພັກຊຸດທີ 12 - ảnh 1 ໄຂຊຸດຝຶກອົບຮົບ, ອັບເດັດຄວາມຮູ້ໃຫ້ບັນດາກຳມະການສູນກາງພັກຊຸດທີ 12

ເຂົ້າຮ່ວມພິທີໄຂ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກ່າວຄຳເຫັນທີ່ພິທີໄຂຊຸດອົບຮົບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ໃນວິວັດການຊີ້ນຳ, ນຳພາການປະຕິວັດ, ທ່ານເລນິນ, ປະທານ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເຖິງການຮ່ຳຮຽນຂອງທົ່ວພັກ, ທົ່ວປວງຊົນ, ພິເສດແມ່ນສຳລັບພະນັກງານ, ສະມາຊິກພັກ. ທ່ານເລນິນ ເຄີຍກ່າວວ່າ: ບໍ່ມີທິດສະດີການປະຕິວັດ ຈະບໍ່ສາມາດມີຂະບວນການປະຕິວັດໄດ້…ປະທານ ໂຮ່ຈີມິນ ໄດ້ຕັກເຕືອນວ່າ: ການປະຕິວັດໄດ້ກ້າວຂຶ້ນຕະຫລອດ, ບຸກຄົນປະຕິວັດກໍ່ຕ້ອງກ້າວຂຶ້ນຕະຫລອດ ດັ່ງນັ້ນ ຕ້ອງຮ່ຳຮຽນຕະຫລອດຊີວິດ. ຮ່ຳຮຽນເພື່ອເຮັດວຽກ, ຮ່ຳຮຽນດີຈຶ່ງເປັນພະນັກງານທີ່ດີໄດ້.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາດຖະໜາວ່າ: ດ້ວຍຈິດໃຈຕົ້ນຕໍແມ່ນຝຶກອົບຮົມ, ອັບເດັດບັນດາຄວາມຮູ້ໃໝ່ ເພື່ອຮັບໃຊ້ໂດຍກົງໃຫ້ແກ່ວຽກງານ, ຊີ້ນນຳນຳພາ, ຊຸດຝຶກອົບຮົບນີ້ແມ່ນໂອກາດ ເພື່ອໃຫ້ບັນດາສຳມະນາກອນພ້ອມກັນແລກປ່ຽນ, ປຶກສາຫາລື, ແບ່ງປັນບົດຮຽນຕົວຈິງ…

ຕອບກັບ

ຂ່າວ/ບົດ​ອື່ນ