ໄຂຊຸມ​ວັນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຢູ່ ກ໋​ວາງ​ນາມ ປີ 2019

(VOVWORLD) -ໃນລະຫວ່າງວັນທີ 17 – 18 ພະຈິກຈະຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະຄື: ງານວາງສະແດງ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ການສະແດງສິລະປະພື້ນເມືອງ, ການສະແດງຊຸດອາພອນທີ່ເປັນມູນເຊື້ອຂອງ ກ໋ວາງນາມ, ໂຮ້ຍອານ ແລະ ບັນດາທ້ອງຖິ່ນຂອງ ສ.ເກົາຫຼີ.

ໄຂຊຸມ​ວັນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຢູ່ ກ໋​ວາງ​ນາມ ປີ 2019 - ảnh 1ຄະນະສະແດງສິລະປະ ສ.ເກົາຫຼີເຂົ້າຮ່ວມລາຍການໄຂຊຸມວັນວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ ປີ 2019

ຕອນຄ່ຳວັນທີ 16 ພະຈິກ, ຢູ່ເມືອງເກົ່າ ໂຮ້ຍອານ, ສະຖານທູດ ສ.ເກົາຫຼີປະຈຳ ຫວຽດນາມ, ສູນວັດທະນະທຳ ສ.ເກົາຫຼີ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມຈັດຕັ້ງເຫດການ “ຊຸມວັນວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ” ປີ 2019. ທ່ານ ເລງັອກເຕື່ອງ, ຮອງຫົວໜ້າພະແນກວັດທະນະທຳ - ກິລາ ແລະການທ່ອງທ່ຽວ ແຂວງກ໋ວາງນາມໃຫ້ຮູ້ວ່າ:

        ຊຸມວັນວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງ ກອງປະຊຸມສຸດຍອດພິເສດລະຫວ່າງ ສ.ເກົາຫຼີ - ອາຊຽນ ປີ 2019, ພ້ອມທັງປະຕິບັດບົດບັນທຶກຊ່ວຍຈຳຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວລ ະຫວ່າງ ແຂວງ ກ໋ວາງນາມ ແລະ ສູນວັດທະນະທຳ ສ.ເກົາຫຼີ. ໃນໄລຍະທີ່ຜ່ານມາ, ຈຳນວນແຂກທ່ອງທ່ຽວ ສ.ເກົາຫຼີມາທ່ອງທ່ຽວຢູ່ ແຂວງ ກ໋ວາງນາມເພີ່ມຂຶ້ນຢ່າງວອງໄວ. ປັດຈຸບັນ, ອັດຕາສ່ວນແຂກທ່ອງທ່ຽວ ສ.ເກົາຫຼີໄດ້ນອນໃນ Top 5 ຕະຫຼາດແຂກທ່ອງທ່ຽວສາກົນທີ່ມາທ່ອງທ່ຽວຢູ່ ກ໋ວາງນາມຫຼາຍທີ່ສຸດ.

        ໃນລະຫວ່າງວັນທີ 17 – 18 ພະຈິກຈະຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະຄື: ງານວາງສະແດງ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ການສະແດງສິລະປະພື້ນເມືອງ, ການສະແດງຊຸດອາພອນທີ່ເປັນມູນເຊື້ອຂອງ ກ໋ວາງນາມ, ໂຮ້ຍອານ ແລະ ບັນດາທ້ອງຖິ່ນຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ