ໄຂວາລະປະຊຸມເທື່ອທີ41ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມເທື່ອທີ41ຄະນະປະຈຳສະພາແຫ່ງຊາດ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ
ກ່າວຄຳ​ເຫັນ​ໄຂ​ວາລະ​ປະຊຸມເທື່ອ​ທີ 41)

(vovworld) –​​​ ​ ຕອນ​ເຊົ້າ​ວັນ​ທີ 14/9 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​​ເປັນ​​ເຈົ້າພາບຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄຂ​​ວາລະ​ປະຊຸມ​ເທື່ອ​ທີ 41. ກ່າວຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ໃຫ້​ຮູ້ວ່າ: ທີ່​ວາລະ​ປະຊຸມ​ເທື່ອ​ທີ 41 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຈະໃຫ້​ຄວາມ​ເຫັນກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່ ທີ່ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ປະມວນ​ກົດໝາຍ​ອາ​ຍາ (ສະບັບ​ປັບປຸງ); ​​ໃຫ້​ຄວາມ​ເຫັນ​ຄັ້ງທຳອິດ​​ໃສ່ບັນດາ​ຮ່າງ​ກົດໝາຍ​ທີ່ມີ​ລັກສະນະປະຊາທິປະ​ໄຕ ສັງຄົມ, ລວມມີ: ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ); ກົດໝາຍ​ກ່ຽວ​ກັບ​ສະມາຄົມ, ພ້ອມ​ທັງໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ອື່ນໆ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ຢາ(ສະບັບ​ປັບປຸງ); ກົ​ດໝາຍວ່າ​ດ້ວຍ​ແຜນຜັງ…​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ,​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແຕ່​ຕົ້ນ​ອາຍຸ​ການ​ຊຸດ​ທີ 13 ​ເຖິງ​ປີ 2015; ລາຍ​ງານ​ຜົນ​​ແຫ່ງ​ການຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ…​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ​ພິຈາລະນາ, ປຶກສາ​ຫາລື ​ແລະ ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ເນື້ອ​ໃນ​ສຳຄັນ​​ອື່ນໆອີກ.

        ພາຍຫລັງ​ພິທີ​ໄຂ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ອາຍາ (ສະບັບ​ປັບປຸງ). ວາລະ​ປະຊຸມ​ແກ່ຍາວ​ຮອດ​ວັນ​ທີ 24/9.

ຂ່າວ/ບົດ​ອື່ນ