ໄຂເວທີປາໄສບັນ ດາຄູ່ຮ່ວມມືສັງຄົມຂອງປະເທດຕ່າງໆໃນເວທີປາໄສອາຊີ - ເອີລົບ

ໄຂເວທີປາໄສບັນ ດາຄູ່ຮ່ວມມືສັງຄົມຂອງປະເທດຕ່າງໆໃນເວທີປາໄສອາຊີ - ເອີລົບ - ảnh 1
ໄຂເວທີ​ປາ​ໄສ​ອາຊີ - ​ເອີ​ລົບ (ASEM)
(ພາບ: molisa.gov.vn)


(vovworld) -     “ວຽກ​​ເຮັດງານ​ທຳ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ຂໍ້ກຸນ​ແຈເພື່ອ​ພັດທະນາ​ແບບ​ຍື່ນ​ຍົງ ​ແລະ ຮອບດ້ານ” ​ແມ່ນ​ຫົວ​ຂໍ້​​ເວທີ​ປາ​ໄສ​ບັນດາຄູ່​ຮ່ວມ​ມື​ສັງຄົມ​ຂອງ​​ປະ​ເທດ​ຕ່າງໆໃນ​ເວທີ​ປາ​ໄສ​ອາຊີ - ​ເອີ​ລົບ (ASEM) ​ເຊິ່ງ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ ASEM ກ່ຽວ​ກັບ​ແຮງ​ງານ - ວຽກ​​ເຮັດ​ງານ​ທຳ​ຄັ້ງ​ທີ 4 ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/10, ​ໂດຍ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ​ ​ແລະ ສັ​ງຄົມ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ເອີ​ລົບ ຈັດ​ຕັ້ງ. ທີ່​ເວທີ​ປາ​ໄສ, ​ຜູ້​ຕາງໜ້າ​ບັນດາ​ຄູ່​ຮ່ວມ​ມື​ສັງຄົມ​ຂອງ ASEM ກວ່າ 100 ທ່ານ, ບັນດາ​ຜູ້​ຊ່ຽວຊານ​ທີ່​ມາ​ຈາກ​ບັນດາ​ອົງການ​ກ່ຽວຂ້ອງ​ໄດ້​ປຶກສາ​ຫາລືຫົວ​ຂ້ໍ​ຕ່າ​ງໆ​ທິ່ກ່ຽວຂ້ອງ​ເຖິງ​ຫົວ​ຂໍ້​ຂອງ​ກອງປະຊຸມ​ລັດຖະມົນຕີ​ກ່ຽວ​ກັບ​ແຮງ​ງານ - ວຽກ​ເຮັດ​ງານ​ທຳ​ຄັ້ງ​ທີ 4 ​ເຊິ່ງລວມມີ: ນະ​ໂຍບາຍ​ຊຸກຍູ້​ວຽກ​​ເຮັດ​ງານ​ທຳ; ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ່​ໃນ​ອະນາຄົດ​ສຳລັບ​ໂຄງການ​ດຳ​ເນີນ​ງານ​ວຽກ​​ເຮັດ​ງານ​ທຳ​ແບບ​ຍື່ນ​ຍົງ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ Nguyen Thanh Hoa, ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ​ ​ແລະ ສັ​ງຄົມ ​ໄດ້​ເນັ້ນ​ໜັກ​ວ່າ.

        “ວິ​ກິດ​ການ​ການ​ເງິນ, ການ​ຊຸດ​​ໂຊມ​ເສດຖະກິດ​ທົ່ວ​ໂລກ​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ສິ່ງ​ທ້າ​ທາຍ​ສຳລັບ​ຄົນ​ງານ, ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ພັດທະນາ​ແບບ​ຍື່ນ​ຍົງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ​ແຕ່​ລະ​ພື້ນຖານ​ເສດຖະກິດ​ແມ່ນ​ມີ​ຄວ່ມຈຳ​ເປັນ​ທີ່​ສຸດ, ​ແຕ່​ບໍ່​ທັນ​ພຽງພໍ, ຫາກ​ຕ້ອງມີການ​ສົ​ມທົບກັນ​ທາງ​ດ້ານ​ນະ​ໂຍບາຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ນັບທັງ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຄຽງ​ຂ້າງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບົດບາດ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ສັງຄົມ​ແມ່ນ​ສຳຄັນ​ຍິ່ງ ​ໃນ​ການ​ປະກອບ​ຂໍ້​ລິ​ເລີ່ມ ​ແລະ ​ເຂົ້າ​ຮ່ວມ​ການ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມ​ເປີດ​ກວ້າງ​ການ​ຮ່ວມ​ມື​ ASEM ​ເພື່ອ​ແນ​ໃສ່​​ແກ້​ໄຂ​ການ​ກະທົບ​ຈາກ​ວິ​ກິດ​ການ ​ແລະ ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ​ແລະ ພັດທະນາ​ແບບ​ຍື່ນ​ຍົງ”.

ຂ່າວ/ບົດ​ອື່ນ