ໄຂເວທີປາໄສປະຊາຊົນອາຊຽນ2014ຢູ່ມຽນມາ

ໄຂເວທີປາໄສປະຊາຊົນອາຊຽນ2014ຢູ່ມຽນມາ - ảnh 1
ພາບປະກອບ

(vovworld) – ວັນ​ທີ 21/3, ​ເວທີ​ປາ​ໄສ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (APF) ດ້ວຍ​ຫົວ​ຂໍ້​ວ່າ “ຊຸກຍູ້​ຄວາມ​ສາມັກຄີ​ຂອງ​ປະຊາຊົນ ອາ​ຊຽນ ມຸ່ງ​ໄປ​ເຖິງ​ສັນຕິພາບ​ແບບ​ຍືນ​ຍົງ, ພັດທະນາ, ຍຸຕິ​ທຳ ​ແລະ ຫັນ​ເປັນ​ປະຊາທິປະ​ໄຕ” ຖືກ​ໄຂ​ຂຶ້ນຢູ່​ສູນ​ກອງ​ປະຊຸມ ຢູ່ Yangon, ປະ​ເທດ ມຽນມາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ເວທີ​ປາ​ໄສ APF ​ຖືກຈັດ​ຕັ້ງ​ຢູ່ ມຽນມາ. ​ເວທີ​ປາ​ໄສ​ແກ່ຍາວ​ເປັນ​ເວລາ 3 ວັນ​ນີ້​ໄດ້​ດຶງ​ດູດ​ຜູ້​ແທນສັງຄົມພົນລະ​ເຮືອນປະມານ 3.000 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ Timor Leste, ​ເຂົ້າຮ່ວມ​​ເວທີ​ປາ​ໄສ​ລວມມີ 5 ວາລະ​ປະຊຸມ, 35 ກອງ​ປະຊຸມ​ສຳ​ມະ​ນາ, ທີ່​ກ່ຽວຂ້ອງ​ເຖິງ 5 ໝວດ​ບັນຫາ​ຄື: ສັນຕິພາບ, ຄວາມ​ສະ​ເໝີ​ພາບ, ສິດທິ​ມະນຸດ ​ແລະ ຫັນ​ເປັນ​ປະຊາທິປະ​ໄຕ, ການພັດທະນາ ​ແລະ ບັນດາ​ບັນຫາ ອາ​ຊຽນ. ຢູ່​ນອກ APF ປີ​ນີ້​ຍັງ​ມີ​ບັນດາ​ເຫດການ​ຄື: ງານ​ວາງສະ​ແດງ, ສາຍຟິມຮູບ​ເງົາ, ງານ​ຕະຫຼາດນັດ​ເຄື່ອງ​ຫັດຖະກຳ​ຂອງ​ບັນດາ​ກຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ຕາງໜ້າ​ໃຫ້​ບັນດາ​ປະຊາ​ຄົມ​ໃນ ອາຊຽນ.

 

 


ຂ່າວ/ບົດ​ອື່ນ