ໄຂ“ເວທີປາໄສເສດຖະກິດຫວຽດນາມ-ໂປໂລຍ”

ໄຂ“ເວທີປາໄສເສດຖະກິດຫວຽດນາມ-ໂປໂລຍ” - ảnh 1
ເວທີປາໄສເສດຖະກິດ ຫວຽນາມ - ໂປໂລຍຢູ່ ຮ່າໂນ້ຍ ຈັດຕັ້ງວັນທີ 11/6
(ພາບ: hanoitv.vn)

(vovworld) – ​​ ​ເວທີ​ປາ​ໄສ​ເສດຖະກິດ ຫວຽດນາມ - ​ໂປ​ໂລ​ຍ ​ໄດ້​ໄຂ​ຂຶ້ນຢູ່​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ສະຖານທູດ ​​ໂປ​ໂລ​ຍ ປະຈຳ ຫວຽດນາມ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ​ອຸດສາຫະກຳ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ​ໂຮ່ຈີ​ມິນ ​ຈັດ​ຕັ້ງ. ທີ່​ເວທີ​ປາ​ໄສ, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ​ ປາດ​ຖະໜາ​ວ່າ: 2 ຝ່າຍ​ຈະ​ເພີ່ມ​ທະວີ​, ຊຸກຍູ້​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ເປີດ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃໝ່​ຢ່າງ​ແຮງ​ກ່ວາ​ອີກ. ພິ​ເສດ, ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວສານ, ພະ​ລັງ​ງານ​ຜະລິດ​ຄືນ​ໃໝ່, ອຸດສາຫະກຳ​ສຳຮອງ, ​ເຕັກ​ໂນ​ໂລ​ຢີຂຽວ.​.​.​ ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊ່ວຍ​ເຫຼືອ, ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ ​ໂປ​ໂລ​ຍ ອຸ່ນ​ອ່ຽນ​ໃຈ​ລົງທຶນ​ຢູ່​ນະຄອນ.

        ກ່າວ​ຄ​ວາ​ມເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ Katarzyna Kacpercryk, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໂປ​ໂລ​ຍ, ຖື​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ໄດ້​ປັບປຸງ​ການ​ພົວພັນ​ເສດຖະກິດ​ກັບ ຫວຽດນາມ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ໄດ້​ຂຶ້ນ​ເຖິງ 1,2 ຕື້ USD. ຂ້າພະ​ເຈົ້າ​ຫວັງ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເທົ່າ​ນັ້ນ​ຫາກ​ຍັງ​ສ້າງ​​ເງື່ອນ​ໄຂ​ໃຫ້​ບັນດາ​ນັກລົງທຶນ 2 ປະ​ເທດສຳ​ພັດ, ຮ່ວມ​ມື​ນຳ​ກັນ.”

 


ຂ່າວ/ບົດ​ອື່ນ