ໄລຍະໃໝ່ໃນການພົວພັນ ຫວຽດນາມ-ນິວຊີແລນ

ໄລຍະໃໝ່ໃນການພົວພັນ ຫວຽດນາມ-ນິວຊີແລນ - ảnh 1
(ພາບປະກອບ)

(vovworld) – ​ ​“ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນ ຢຸງ ​ເຖິງ ນິວຊີ​ແລນ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 19-20/3 ຈະ​ປະກອບ​ສ່ວນປັບປຸງ ​ແລະ ສືບ​ຕໍ່​ພັດທະນາ​ການພົວພັນຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-​ນິວຊີ​ແລນ, ຕອບ​ສະໜອງຜົນ​ປະ​ໂຫຍ​ດ ​ແລະ ຄວາມຕ້ອງການ​ຮ່ວມ​ມື​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ແຕ່ລະ​ຝ່າຍ ​ແລະ ​ເປີດ​ອອກ​ໄລຍະ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ”. ນັ້ນ​ແມ່ນ​ຄຳ​ຢືນຢັນຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນິວຊີ​ແລນ ຫງວຽນ​ວຽດຢຸງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ຫວຽດນາມ ກ່ອນ​ການ​ຢ້ຽມຢາມຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວຽດຢຸງ ​ແລ້ວ, ການ​ຢ້ຽມຢາມ​ ນິວຊີ​ແລນ ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ  ຫງວຽນ​ເຕິນ​ຢຸງ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດພ້ອມກັນ​ຫວນ​ຄືນ​ໄລຍະ​ທາງ​​ແຫ່ງ​ການຮ່ວມມື ​ແລະ ພັດທະນາ​ໃນ 40 ປີຜ່ານມາ ​ແລະ ຊອກ​ຫາບັນດາ​ທິດ​ທາງ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​​ເລິກ​ເຊິ່ງຍິ່ງ​ຂຶ້ນ ກໍ່​ຄື​ເປີດ​ກ້ວາງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ອະນາຄົດ​​, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ບຸລິມະສິດ ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື​: ​ກະສິກຳ, ການ​ສຶກສາ ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຊີ​ສະອາດ, ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ, ການບິນ ​ແລະ ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ