ໜັງສືພິມຕ່າງປະເທດຕີລາຄາບານເຕະຫວຽດນາມບັນລຸບາດກ້າວບຸກທະລຸ

(VOVWORLD) -ວັນທີ 25 ມັງກອນ, ໃນບົດຂຽນທີ່ເອົາລົງໃນໜັງສືພິມ Fox Sports Asia ໄດ້ຕີລາຄາບານເຕະຫວຽດນາມ ວ່າ ບັນລຸບາດກ້າວບຸກທະລຸ ແລະ ຈະແຈ້ງ

ພ້ອມທັງເຊື່ອໝັ້ນວ່າ ໃນອະນາຄົດຂອງບານເຕະຫວຽດນາມ ຈະຮຸ່ງເຮືອງ, ເຖິງວ່າ ທິມບານເຕະຫວຽດນາມ ໄດ້ຢຸດຕິລົງຢູ່ການແຂ່ງຂັນຮອບຄັດເລືອກ 4 ທິມຢູ່ Asian Cup 2019 ກໍ່ຕາມ. ແຕ່ນັກຂ່າວ Gabriel Tan ເນັ້ນໜັກວ່າ, ມີຫຼາຍສິ່ງຫຼາຍຢ່າງຢາກເວົ້າເຖິງທິມບານເຕະຫວຽດນາມ ກ່ອນທີ່ຄູຝຶກ Park Hang seo ຈະເຂົ້າຮ່ວມ Asian Cup 2019. ກໍ່ຕາມນັກຂ່າວ Gabriel Tan ແລ້ວ, ການແຂ່ງຂັນໄດ້ສິ້ນສຸດລົງດ້ວຍຄວາມສະງ່າລາສີ ແລະ ເອກອ້າງທະນົງໃຈຢູ່ Asian Cup 2019, ທິມບານເຕະຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ເຂົາເຈົ້າແມ່ນເໝາະສົມກັບການແຂ່ງຂັນລະດັບທະວີບ ແລະ ຍັງຈະແມ່ນທິມບານເຕະທີ່ມີຫຼາຍຄົນເວົ້າເຖິງທີ່ສຸດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ