ໜັງສືພິມອີຕາລີຮັບຮູ້ສະພາບແວດລ້ອມແຫ່ງການລົງທຶນທີ່ດູດດືມຢູ່ຫວຽດນາມ

ໜັງສືພິມອີຕາລີຮັບຮູ້ສະພາບແວດລ້ອມແຫ່ງການລົງທຶນທີ່ດູດດືມຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ພາຍ​ໃຕ້​ຫົວ​ຂໍ້​ວ່າ “ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເລືອກ​ເຟັ້ນ ຫວຽດ​ນາມ”, ໜັງ​ສື​ພິມ​​ເສດ​ຖະ​ກິດ ແລະ ການ​ເງິນ​ລາຍ​ວັນອັນ​ດັບ​ໜຶ່ງຂອງ ອີ​ຕາ​ລີ “ຕາ​ເວັນ 24 ຊົ່ວ​ໂມງ” ໄດ້​ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ນັບ​ມື້​ນັບ​ເປັນ​ປະ​ເທດ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​​ທົ່ວ​ໂລກ. ບົດ​ໜັງ​ສື​ພິມ​ໄດ​້​ຂຽນ​ວ່າ, ໃນ​ປີ 2014, ຫວຽດ​ນາມ ດຶງ​ດູດແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໄດ້​ 24 ຕື້ USD, ເພີ່ມ​ຂຶ້ນ 31% ເມື່ອ​ທ​ຽບ​ໃສ່​ປີ 2013. ການ​ເຕີບ​ໂຕ​ເສດ​ຖະ​ກິດ GDP ຂອງ ຫວຽດ​ນາມ ຢູ່​ໃນ​ລະ​ດັບ 6% ໃນ​ປີ​ກາຍ ແລະ ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ຈະ​ບັນ​ລຸໄດ້ 6,1% ໃນ​ປີນີ້ ກໍ່​ຄື​ລາຍ​ຈ່າຍ​ໃຫ້​ຄົນ​ງານ​ຕ່ຳ​​ນັ້ນແມ່ນ​ບັນ​ດາ​ປັດ​ໄຈ​ຊຸກ​ຍູ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສືບ​ຕໍ່​ລົງ​ທຶນ​ຢູ່ ຫວຽດ​ນາມ. ບົດ​ໜັງ​ສື​ພິມ ຖື​ວ່າ: ເກືອບ 60% ​ຈຳ​ນວນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໄດ້​ເລືອກ​ເຟັ້ນ ຫວຽດ​ນາມ ​ຍ້ອນຄວາມ​ດຶງ​ດູດ​​ຂອງ​ຕະຫຼາຍ​​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ຈຸດ​ໝາຍ​ຮອດ​ປີ 2020, ຫວຽດ​ນາມ ຈະກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກ​ຳ.


ຂ່າວ/ບົດ​ອື່ນ