ໜູນ​ຊ່ວຍ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ພາກ​ໃຕ້ ຫວຽດ​ນາມ ເພື່ອປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ

(VOVWORLD) -ວັນທີ 11 ສິງຫາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຮວ່າບິ່ງ ໄດ້ຈັດຕັ້ງ ພິທີມອບຮັບເຄື່ອງຊ່ວຍເຫຼືອປະຊາຊົນນະຄອນ ໂຮ່ຈີມິນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ໜູນ​ຊ່ວຍ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ພາກ​ໃຕ້ ຫວຽດ​ນາມ ເພື່ອປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ảnh 1ແຂວງ ຮວ່າບິ່ງ ຂົນສົ່ງເຄື່ອງໄປຊ່ວຍເຫຼືອນະຄອນ ໂຮ່ຈີມິນ (ພາບ: TTXVN)

ນັບແຕ່ວັນທີ 6 – 10 ສິງຫາ ໄດ້ມີຫຼາຍກວ່າ 120 ອົງການ, ຫົວໜ່ວຍ, ວິສາຫະກິດພາຍໃນແຂວງ ໃຫ້ການຊ່ວຍເຫຼືອເງິນສົດ ແລະ ສິນຄ້າ, ເຄື່ອງຂອງທີ່ຈຳເປັນຫຼາຍກວ່າ 300 ໂຕນ, ລວມມູນຄ່າເກືອບ 3,55 ຕື້ດົ່ງ.

        ກໍໃນວັນທີ 11 ສິງຫາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ສືບຕໍ່ໄດ້ຮັບວັດຖຸ, ອຸປະກອນການແພດ, ເງິນສົດ ແລະ ລົງນາມໃນບົດບັນທຶກອຸປະຖຳການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດຈາກວິສາຫະກິດແຫ່ງຕ່າງໆ ລວມມູນຄ່າ 70 ຕື້ດົ່ງ.

        ທີ່ພິທີ, ບໍລິສັດຫຸ້ນສ່ວນ ການບັນເທິງ ແລະ ກິລາ ຫວຽດນາມ (Shopee ຫວຽດນາມ), ຜູ້ຕາງໜ້າກຸ່ມບໍລິສັດ Sea (Shopee ແລະ Garenna ຫວຽດນາມ) ໄດ້ມອບວັດຖຸ, ອຸປະກອນການແພດ ລວມມີ ເຄື່ອງຜະລິດອົກຊີແຢນ, ຊຸດປ້ອງກັນເຊື້ອລະດັບ 4, ຜ້າອັດປາກອັດດັງ N95, ຖັງອົກຊີແຢນ… ຈຳນວນວັດຖຸ, ອຸປະກອນການແພດເຫຼົ່ານີ້ ຈະໄດ້ສົ່ງໄປຍັງໂຮງໝໍ, ຮາກຖານສາທາລະນະສຸກ 44 ແຫ່ງ ທີ່ພວມປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໃນບໍລິເວນນະຄອນ.

        ວັນທີ 11 ສິງຫາ, ຈາກໂຮງໝໍສູນກາງ ແຂວງຖ໊າຍງວຽນ ມີພະນັກງານ, ພະຍາບານ ຢູ່ແຂວງ ຖ໊າຍງວຽນ ເກືອບ 200 ຄົນ ໄດ້ອອກເດີນທາງໄປເຂົ້າຮ່ວມວຽກງານຕ້ານໂລກລະບາດ ຢູ່ສອງແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ລອງອານ.

ຕອບກັບ

ຂ່າວ/ບົດ​ອື່ນ