ໝູນໃຊ້ບົດຮຽນທີ່ຖອດຖອນມາໄດ້ຈາກສາກົນຢ່າງມີໄຫວພິບ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ຫວຽດນາມ

(VOVWORLD) -ບັນດາການແລກປ່ຽນ, ປຶກສາຫາລື ຂອງບັນດານັກຊ່ຽວຊານສາກົນທີ່ເວທີປາໄສ ແມ່ນບົດຮຽນອັນລໍ້າຄ່າ ເພື່ອໃຫ້ຫວຽດນາມຮໍ່າຮຽນຕາມ ແລະ ໝູນໃຊ້ເຂົ້າໃນວິວັດແຫ່ງການຮັບມືກັບ ສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ.

  ເວທີປາໄສຮ່າໂນ້ຍ ປີ 2018 ໄດ້ອັດລົງໃນວັນທີ 10 ພະຈິກ ພາຍຫຼັງການປຶກສາຫາລື ມາເປັນເວລາ 02 ວັນ ກ່ຽວກັບບັນດາບັນຫາພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຜູ້ແທນເຂົ້າຮ່ວມສ່ວນຫຼາຍ ຖືວ່າ, ບັນດາການແລກປ່ຽນ, ປຶກສາຫາລື ຂອງບັນດານັກຊ່ຽວຊານສາກົນທີ່ເວທີປາໄສ ແມ່ນບົດຮຽນອັນລໍ້າຄ່າ ເພື່ອໃຫ້ຫວຽດນາມຮໍ່າຮຽນຕາມ ແລະ ໝູນໃຊ້ເຂົ້າໃນວິວັດແຫ່ງການຮັບມືກັບ ສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ, ສິ່ງສໍາຄັນກວ່າໝູ່ ແມ່ນຫວຽດນາມຕ້ອງໝູນໃຊ້ບັນດາບົດຮຽນເຫຼົ່ານັ້ນຢ່າງມີໄຫວພິບ ແລະ ແທດຈິງ; ນໍາໃຊ້ຫຼັກມູນທົ່ວໂລກ ແຕ່ຕ້ອງແທດເໝາະກັບເງື່ອນໄຂຂອງຫວຽດນາມ ແລະ ແທດເໝາະກັບແຕ່ລະເຂດພາກ.

        ບັນດາບົດລາຍງານໄດ້ນໍາສະເໜີທີ່ເວທີປາໄສນັ້ນ ໄດ້ສະໜອງບັນດາພື້ນຖານໃຫ້ແກ່ບົດລາຍງານຂອງຫວຽດນາມ ທີ່ກອງປະຊຸມ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ປີ 2018 (COP24) ເຊິ່ງຈະດໍາເນີນຢູ່ ໂປໂລຍ ໃນຕົ້ນເດືອນ 12 ຈະມາເຖິງ. ພ້ອມກັນນັ້ນ, ບັນດາຂໍ້ສະເໜີນະໂຍບາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງບັນດາເຂດຕົວເມືອງທີ່ຕ້ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ຢູ່ເຂດທົ່ງພຽງແມ່ນໍ້າແດງທາງພາກເໜືອ ແລະ ທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຈະປະກອບສ່ວນເຂົ້າໃນການປະຕິບັດມະຕິສູນກາງພັກ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ແລະ ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການເກີດໄພພິບັດທໍາມະຊາດ ແລະ ການພັດທະນາແບບຍືນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ