ໝູ່ບ້ານດອກໄມ້ຊາແດກດຶງດູດແຂກທ່ອງທ່ຽວໃນໂອກາດບຸນເຕັດ

ໝູ່ບ້ານດອກໄມ້ຊາແດກດຶງດູດແຂກທ່ອງທ່ຽວໃນໂອກາດບຸນເຕັດ - ảnh 1

ໝູ່​ບ້ານ​ດອກ​ໄມ້ຊາ​ແດກດຶງ​ດູດ​ແຂກ​ທ່ອງ​ທ່ຽວ
ມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ

(vovworld) - ໝູ່​ບ້ານ​ດອກ​ໄມ້ຊາ​ແດກ, ນະຄອນ ຊາ​ແດກ, ​ແຂວງ​ ດົ່ງ​ທາ​ບ ພວມ​ກ້າວ​ເຂົ້າ​ສູ່​ບຸນ​ເຕັດ​ດ້ວຍ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ. ຢູ່​ທີ່​ນີ້​ບັນດາ​ພໍ່​ຄ້າ​ຊາວ​ຂາຍ​ພວມ​ສົ່ງ​ດອກ​ໄມ້​ໄປ​ຍັງ​ທົ່ວ​ປະ​ເທດ. ນີ້​ກໍ່​ແມ່ນ​ຈຸດ​ເວລາ​ທີ່​ໝູ່​ບ້ານ​ດອກ​ໄມ້​ດຶງ​ດູດ​ແຂກ​ມາ​ທ່ຽວ​ຊົມ​ຄວາມ​ງາມ​ຂອງ​ເຂດ​ທີ່​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ​ເປັນ​ສະຖານ​ທີ່​ແຫ່ງ​ດອກ​ໄມ້​ຢູ່​ພາກ​ຕາ​ເວັນ​ຕົກ. ​ເວລາ​ນີ້​ສວນ​ຫຼາຍ​ແຫ່ງ​ຢູ່​ໝູ່​ບ້ານດ​ອກ​ໄມ້ ຊາ​ແດກ ​ໄດ້​ເປີດ​ປະຕູ​ເພື່ອ​ຕ້ອນຮັບ​ແຂກ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນອກຈາກ​ຊອກ​ຮູ້​ວິທີ​ບົວລະບັດ​ດອກ​ໄມ້ ​ແລະ ຊື້​ດອກ​ໄມ້​ແລ້ວ, ນັກ​ທ່ອງ​ທ່ຽວ​ສາມາດ​ຖ່າຍຮູບ​ເປັນ​ທີ່​ລະ​ນິກ​ໄດ້ຢ່າງ​ເສລີ​ອີກ. ​ແຕ່​ລະ​ມື້​ໝູ່​ບ້ານ​ດອກ​ໄມ້ ຊາ​ແດກ ​ໄດ້​ຕ້ອນຮັບ​ແຂກ​ມາ​ຊົມ​ກວ່າ 2000 ​ເທື່ອ​ຄົນ. ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ຜູ້​ປູກ​ດອກ​ໄມ້​ຢູ່ ຊາ​ແດກ ຍາມ​ໃດກໍ່​ຊອກ​ຫາ​ແນວ​ດອກ​ໄມ້​ໃໝ່ມາ​ປູກ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ. ນອກຈາກ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​, ​ນີ້​ກໍ່ແມ່ນ​ໂອກາດ​ເພື່ອ​​ໃຫ້​ໝູ່​ບ້ານ​ນີ້ໂຄສະ​ນາ​​ແນວ​ດອກ​ໄມ້ຕ່າງໆ​ຂອງ​ ຊາ​ແດກ ​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​, ປະກອບສ່ວນ​ຊຸກຍູ້​ການທ່ອງທ່ຽວ​​ໃນ​ທ້ອງ​ຖີ່​ນ​ໃຫ້ພັດທະນາ.

ຂ່າວ/ບົດ​ອື່ນ